ຜູ້ໂດຍສານມີຄວາມກະຕືລືລົ້ນແລະປິຕິຊົມຊື່ນເມື່ອນຳໃຊ້ການບໍລິການຢູ່ສະໜາມບິນເວີນດົນ, ກວາງນິງ

(VOVWORLD) -ຕອນເຊົ້າວັນທີ 30 ທັນວາ, ຢູ່ແຂວງກວາງນິງ ໄດ້ຈັດພິທີເປີດສະຫຼອງ 3 ກິດຈະກຳພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມ, ນັ້ນແມ່ນເປີດສະຫຼອງທ່າອາກາດສະຍານສາກົນ ເວີນດົນ, ທ່າກ່ຳປັ່ນແຂກທ່ອງທ່ຽວສາກົນຫະລອງ ແລະ ເປີດສະຫຼອງເສັ້ນທາງດ່ວນ ຫະລອງ - ເວີນດົນ.
ຜູ້ໂດຍສານມີຄວາມກະຕືລືລົ້ນແລະປິຕິຊົມຊື່ນເມື່ອນຳໃຊ້ການບໍລິການຢູ່ສະໜາມບິນເວີນດົນ, ກວາງນິງ - ảnh 1 (ຜູ້ໂດຍສານມີຄວາມກະຕືລືລົ້ນແລະປິຕິຊົມຊື່ນເມື່ອນຳໃຊ້ການບໍລິການຢູ່ສະໜາມບິນເວີນດົນ, ກວາງນິງ)

3 ກິດຈະກຳດັ່ງກ່າວມີຍອດເງິນລົງທຶນກວ່າ 20.000 ຕື້ດົ່ງ. ບັນດານັກທ່ອງທ່ຽວທຳອິດນຳໃຊ້ການບໍລິການຢູ່ທ່າອາກາດສະຍານສາກົນ ເວີນດົນ ມີຄວາມກະຕືລືລົ້ນ, ປິຕິຊົມຊື່ນເປັນຢ່າງຍິ່ງ. ອ້າຍດວ່ານແອງຢຸງ, ຢູ່ນະຄອນຫະລອງ, ແຂວງກວາງນິງ ໄດ້ມາທ່າອາກາດສະຍານພາຍໃນ, ທ່າອາກາດສະຍານສາກົນເວີນດົນ ແຕ່ເຊົ້າເພື່ອເຮັດລະບຽບການຂຶ້ນຍົນໄປນະຄອນໂຮ່ຈິມິນ, ອ້າຍຢຸງ ໃຫ້ຮູ້ວ່າ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ນີ້ແມ່ນຂີດໝາຍເຂັ້ມແຂງຂອງແຂວງກວາງນິງ ໃນການພັດທະນາທ່າອາກາດສະຍານ ແລະ ການທ່ອງທ່ຽວ. ຄອບຄົວຂ້າພະເຈົ້າໂຊກດີທີ່ໄດ້ໄປຖ້ຽວບິນທຳອິດຢູ່ສະໜາມບິນ ແລະ ກໍ່ແມ່ນສະໜາມບິນທຳອິດຂອງແຂວງກວາງນິງ”.

        ໃນມື້ທຳອິດທີ່ນຳທ່າອາກາດສະຍານສາກົນເວີນດົນ ເປີດໃຊ້ບໍລິການ, ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ຈະເປີດສາຍການບິນນະຄອນໂຮ່ຈິມິນ - ເວີນດົນ ແລະ ກົງກັນຂ້າມ, ດ້ວຍ 1 ຖ້ຽວບິນ/ມື້.

ຕອບກັບ

ຂ່າວ/ບົດ​ອື່ນ