ຝູກວກຕ້ອນຮັບນັກທ່ອງທ່ຽວ ຢູເບກິດສະຖານ 200 ຄົນ

(VOVWORLD) -ຄາດວ່າ, ໃນເດືອນ ທັນວາ 2021 - ເດືອນ ກຸມພາ 2022, ນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນມາທ່ຽວຢູ່ແຂວງ ກຽນຢາງ ສືບຕໍ່ເພີ່ມຂຶ້ນຢ່າງແຮງ
ຝູກວກຕ້ອນຮັບນັກທ່ອງທ່ຽວ ຢູເບກິດສະຖານ 200 ຄົນ - ảnh 1ຄະນະນັກທ່ອງທ່ຽວທຳອິດມາຈາກ ຢູເບກິດສະຖານ ໄປທ່ຽວຢູ່ ຝູກວດ
(ພາບ: VTV)

ວັນທີ 25 ທັນວາ, ຄະນະນັກທ່ອງທ່ຽວທຳອິດມາຈາກ ຢູເບກິດສະຖານ ໄປທ່ຽວຢູ່ ຝູກວດ ພາຍຫຼັງເດີນບິນຈາກສະໜາມບິນສາກົນ Yuzhny Tashket ຂອງປະເທດນີ້ເປັນເວລາ 6 ຊົ່ວໂມງ. ນີ້ແມ່ນຄະນະນັກທ່ອງທ່ຽວສາກົນທີ 2 ມາທ່ຽວຢູ່ ຫວຽດນາມ. ເພື່ອຮັບປະກັນຄວາມປອດໄພ, ນັກທ່ອງທ່ຽວທັງໝົດລ້ວນແຕ່ໄດ້ສັກຊັກສິນກັນໂຄວິດ-19 ຄົບຊຸດ ຫຼື ມີໃບຢັ້ງຢືນໄດ້ປິ່ນປົວຫາຍດີເປັນປົກກະຕິ, ພ້ອມທັງມີຜົນກວດວິໄຈອອກຜົນເປັນລົບກັບໂລກລະບາດໂຄວິດ-19 ໃນຮອບເວລາ 72 ຊົ່ວໂມງ ກ່ອນທີ່ຈະເດີນທາງ.

ພາຍຫຼັງລົງຈອດ, ນັກທ່ອງທ່ຽວຈະໄດ້ຕິດຕາມອາການສຸຂະພາບຕາມຄວາມຮຽກຮ້ອງຂອງລັດຖະບານ ຫວຽດນາມ. ພາຍຫຼັງມີຜົນກວດເປັນລົບ, ຄະນະນັກທ່ອງທ່ຽວດັ່ງກ່າວ ຈະຢູ່ທ່ອງທ່ຽວໃນເວລາ 9 ວັນ 8 ຄືນຕາມຮູບແບບທ່ອງທ່ຽວຄົບວົງຈອນຢູ່ບັນດາລະບົບທ່ອງທ່ຽວໃຫຍ່ຂອງ Vinpearl.

ຄາດວ່າ, ໃນເດືອນ ທັນວາ 2021 - ເດືອນ ກຸມພາ 2022, ນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນມາທ່ຽວຢູ່ແຂວງ ກຽນຢາງ ສືບຕໍ່ເພີ່ມຂຶ້ນຢ່າງແຮງ, ໂດຍສະເພາະແມ່ນບຸນປີໃໝ່ ແລະ ບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.

ຕອບກັບ

ຂ່າວ/ບົດ​ອື່ນ