ຝຶກອົບຮົມດ້ານທັກສະຂົນຂວາຍຫາສຽງເລືອກຕັ້ງໃຫ້ຜູ້ສະໝັກຮັບເລືອກຕັ້ງແມ່ນຊາວເຜົ່າສ່ວນໜ້ອຍ

ຝຶກອົບຮົມດ້ານທັກສະຂົນຂວາຍຫາສຽງເລືອກຕັ້ງໃຫ້ຜູ້ສະໝັກຮັບເລືອກຕັ້ງແມ່ນຊາວເຜົ່າສ່ວນໜ້ອຍ - ảnh 1
ກອງ​ປະ​ຊຸມ​ຝຶກ​ອົບ​ຮົ​ມດ​້ານ​ທັກ​ສະ​ໃນການ​
ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/04, ຢູ່​ຮ່າ​ໂນ້ຍ, ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ຝຶກ​ອົບ​ຮົ​ມດ​້ານ​ທັກ​ສະ​ໃນການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016 – 2021 ເຊິ່ງ​ແມ່ນ​ຊາວ​ເຜົ່າ​ສ່ວນໜ້ອຍ 90 ທ່ານຢູ່​ 17 ແຂວງ​ທາງ​ພາກ​ເໜືອ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ, ເລື່ອງ​ຮັບ​ປະ​ກັນ​ໃຫ້​ບັນ​ດາຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ໄດ້​ເຂົ້າ​ຮ່ວມ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ແມ່ນ​ອຳ​ນາ​ດ້ານ​ການ​ເມືອງ​ສູງ, ແມ່ນ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ເຜົ່າ ​ເຊິ່ງໄດ້​ຮັບ​ການ​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທ​ຳ​ມະ​ນູນ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ, ບັນ​ດາຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ເຜົ່າ​ສ່ວນໜ້ອຍ​ທີ່​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​​ຈະ​ຄົ້ນ​ຄວ້າຮໍ່າ​ຮຽນ​ທິ​ດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງຝຶ​ກ​ຝົນ​ຄວາມ​ຮູ້​ດ້ານ​ກົດ​ໝາຍ, ທັກ​ສະ​ໃນ​ການ​ຂົນ​ຂວາຍ ເພື່ອ​ໄ​ດ້​ຮັບການ​ສະ​ໜັບ​ສະ​ໜູນ​ດ້ວຍ​ອັດ​ຕາສູງ. ພ້ອມ​​ກັນ​ນັ້ນ ທ່ານ​ນາງ​ຮ​ອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ກໍ​ເອົາ​ໃຈ​ໃສ່​ບັນ​ດາຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນ​ຊາວ​ເຜົ່າ​ສ່ວນ​​ໜ້ອຍ ຕ້ອງ​ກຳ​ແໜ້ນ ແລະ ​ຊາບ​ຊຶມ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ພັກ, ລັດ ຢ່າງ​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ