ຝຶກອົບຮົມພະນັກງານຫຼັກແຫຼ່ງແນວໂຮມກ່ຽວກັບວຽກງານຈັດຕັ້ງກອງປະຊຸມໃຫຍ່ແນວໂຮທທຸກຂັ້ນ

ຝຶກອົບຮົມພະນັກງານຫຼັກແຫຼ່ງແນວໂຮມກ່ຽວກັບວຽກງານຈັດຕັ້ງກອງປະຊຸມໃຫຍ່ແນວໂຮທທຸກຂັ້ນ - ảnh 1
​ກອງ​ປະຊຸມ​ໃຫຍ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງທີ 7
(ພາປະກອບ)


(vovworld) - ​ ກອງ​ປະຊຸມຝຶກ​ອົບຮົມ​ພະນັກງານ​ຫຼັກ​ແຫຼ່ງ​ແນວ​ໂຮມຂັ້ນ​ສູນ​ກາງ ​ແລະ ຂັ້ນ​ແຂວງ, ຂັ້ນ​ເມືອງຂອງ 25 ​ແຂວງ, ນະຄອນ​ທາງ​ພາກ​ເໜືອ ກ່ຽວ​ກັບ​ວຽກງານ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ແນວ​​ໂຮ​ມທຸກ​ຂັ້ນ ​ໂດຍ​ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 02/07, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸ​ມ​ຊາບ​ຊືມ ​ແລະ ປຶກສາ​ຫາລື​ບາງ​ເນື້ອ​ໃນ, ສຸມ​ໃສ່​ເຂົ້າ​ໃນ 3 ຫົວ​ເລື່ອງ​ສະ​ເພາະ​ຕົ້ນ​ຕໍ່​ຄື: ຫົວ​ເລື່ອງ​ຊາບຊຶມມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 11 ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ການ​ນຳ​ພາຂອງ​ພັກ​ສຳລັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່;ທະລຸລົງ ,ຍຸດ​ທະ​ສາດ​ມະຫາສາມັກຄີ, ຊາບ​ຊືມຄຳ​ສັ່ງຂອງ​ຄະນະ​ເລຂາສູນກາງພັກ, ​ບົດ​ແນະ​ນຳຂອງ​ຄະນະ​ປະຈຳການ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງ​ທີ 8. ຫົວ​ເລື່ອງ​ສະ​ເພາະ​ແນະນຳ​ການ​ສ້າງ​ຮ່າງ​​​ບົດ​ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຂັ້ນ​ຕາ​ແສງ, ​ເມືອງ, ​ແຂວງ ​ແລະ ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ ມຸ່ງ​ໄປ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງ​ທີ 8 ​ແລະ ຫົວ​ເລື່ອງ​​ແນະນຳ​ການ​ກະກຽມ​ບຸກ​ຄະລາ​ກອນກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ. ກອງ​ປະຊຸມ​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ໃຫ້ບັນດາ​ຜູ້​ແທນ​ປຶກສາ​ຫາລື, ​ແລກປ່ຽນ ​ແລະ ສະ​ເໜີ​ບັນດາ​ບັນຫາ​ທີ່​​ໜ້າສົນໃຈ.

ຂ່າວ/ບົດ​ອື່ນ