ຝູ​ຍ້ວນ ແມ່ນ​ເມືອງ​ທຳ​ອິດ​ຢູ່ ນະ​ຄອນ ໂຮ່​ຈີ​ມິນ ປະ​ຕິ​ບັດ​​ສຳ​ເລັດການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເຂັມ​ທີ 2 ​ໂດຍ​ພື້ນ​ຖານ

(VOVWORLD) -ເມືອງ ຝູຍ້ວນ ແມ່ນເມືອງທຳອິດຂອງນະຄອນ ໂຮ່ຈີມິນ ປະຕິບັດສຳເລັດການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 2 ໂດຍພື້ນຖານ ໃຫ້ແກ່ຜູ້ມີອາຍຸແຕ່ 18 ປີ ຂຶ້ນໄປ ດ້ວຍອັດຕາ 99%. 
ຝູ​ຍ້ວນ ແມ່ນ​ເມືອງ​ທຳ​ອິດ​ຢູ່ ນະ​ຄອນ ໂຮ່​ຈີ​ມິນ ປະ​ຕິ​ບັດ​​ສຳ​ເລັດການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເຂັມ​ທີ 2 ​ໂດຍ​ພື້ນ​ຖານ - ảnh 1(ພາບ: VOV)

ວັັນທີ 3 ຕຸລາ, ເມືອງ ຝູຍ້ວນ ແມ່ນເມືອງທຳອິດຂອງນະຄອນ ໂຮ່ຈີມິນ ປະຕິບັດສຳເລັດການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 2 ໂດຍພື້ນຖານ ໃຫ້ແກ່ຜູ້ມີອາຍຸແຕ່ 18 ປີ ຂຶ້ນໄປ ດ້ວຍອັດຕາ 99%. ເມືອງຝູຍ້ວນ ໄດ້ສັກວັກຊິນໃຫ້ແກ່ຫຼາຍກວ່າ 9.000 ຄົນ. ນາງ ຟ້າມຖຸ່ຍຢຸງ, ຢູ່ເມືອງ ຝູຍ້ວນ ໄດ້ສັກວັກຊິນເຂັມທີ 2 ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ສັກວັກຊິນເຂັມນີ້ແມ່ນເຂັມທີ 2 ແລະ ມີເງື່ອນໄຂຄົບຖ້ວນເພື່ອອອກໄປນອກແລ້ວ ແຕ່ຂ້າພະເຈົ້າກໍຍັງບໍ່ກ້າອອກໄປເທື່ອ, ເພາະວ່າສະພາບການໂລກລະບາດໃນປັດຈຸບັນ ແມ່ນຍັງບໍ່ທັນເປັນປົກກະຕິໄດ້ຢ່າງສິ້ນເຊີງ, ສະນັ້ນ ຂ້າພະເຈົ້າກໍຈຳກັດ. ຂ້າພະເຈົ້າກໍຫວັງວ່າ ທຸກຄົນຈະຈຳກັດກັນອອກໄປນອກເພື່ອບໍ່ເປັນພາລະແກ່ຂະແໜງສາທາລະນະສຸກ”.

ປະຊາຊົນສາມາດຈົດຊື່ເພື່ອຂໍສັກວັກຊິນຜ່ານຫຼາຍຊ່ອງທາງ, ໂທລະສັບໂດຍກົງຫາຕາແສງ ຫຼື ສົ່ງຂໍ້ຄວາມລົງທະບຽນກັບໜ່ວຍບ້ານ, ຕາແສງ, ເມືອງ. ບໍ່ພຽງແຕ່ເທົ່ານັ້ນ, ປະຊາຊົນທີ່ຍັງບໍ່ທັນລົງທະບຽນກ່ອນ ກໍໄດ້ຮັບການແກ້ໄຂເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ