ຝູທໍ້ ໄຂສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນແຫ່ງບັນພະບຸລຸດປີ 2024

(VOVWORLD) - ເຫດການໄດ້ດຶງດູດແຂກທ່ອງທ່ຽວກັບເມືອເຂດດິນແດນແຫ່ງກົກເຄົ້າເຫງົ້າກໍເປັນຈຳນວນຫຼາຍ.

        ວັນທີ 09 ເມສາ, ຢູ່ແຂວງ ຝູທໍ້, ພິທີບູຊາເຈົ້າຊີວິດ ຮຸ່ງ - ງານບຸນວິຫານ ຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນແຫ່ງບັນພະບຸລຸດ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ, ດ້ວຍການເຄື່ອນໄຫວວັດທະນະທຳທີ່ດູດດື່ມ. ເຫດການໄດ້ດຶງດູດແຂກທ່ອງທ່ຽວກັບເມືອເຂດດິນແດນແຫ່ງກົກເຄົ້າເຫງົ້າກໍເປັນຈຳນວນຫຼາຍ.

        ໃນໂອກາດນີ້, ທີ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໄດ້ຈັດຫຼາຍພິທີທີ່ເປັນປະເພນີ, ຄື: ພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ແລະ ພິທີຖະຫວາຍດອກໄມ້ຢູ່ຮູບຄວັດສະຫຼັກ “ປະທານ ໂຮ່ຈີມິນ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ປະຈັນບານ”; ພິທີບູຊາບັນພະບຸລຸດ ລາກລອງກວນ; ພິທີຖະຫວາຍທູບທຽນພະແມ່ ເອົາເກີ. ນອກນັ້ນ, ຍັງມີບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງທີ່ເປັນປະເພນີ, ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ອຸດົມສົມບູນອື່ນໆ. ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວ, ທ່ານ ເລເຈື່ອງຢາງ, ຫົວໜ້າເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສ້ອມແປງບັນດາຮາກຖານດ້ານວັດຖຸ ເພື່ອຕອບສະໜອງບັນດາເງື່ອນໄຂຮັບໃຊ້ໃຫ້ແກ່ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວ… ນັບແຕ່ການສ້ອມແປງສະຖາປັດຕະຍາກຳເຂດບູຊາ, ບັນດາເຂດພັກຜ່ອນໃຫ້ແຂກທ່ອງທ່ຽວ, ຕະຫຼອດຮອດເລື່ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ; ສ້າງສະພາບແວດລ້ອມທີ່ເປັນມິດໃຫ້ແກ່ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວເມື່ອມາວິຫານ ຮຸ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ