ຝົນຕົກນ້ຳຖ້ວມຢູ່ບັນດາທ້ອງຖິ່ນຕ່າງໆກໍ່ຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ

(VOVWORLD) - ສະພາບການຝົນຕົກນ້ຳຖ້ວມພວມມີການຜັນແປຢ່າງສັບສົນຢູ່ບັນດາທ້ອງຖິ່ນຕ່າງໆ, ພິເສດແມ່ນບັນດາແຂວງເຂດພູດອຍທາງທິດຕາເວັນຕົກພາກເໜືອ ແລະ ບັນດາແຂວງທາງທິດເໜືອພາກກາງ. 
ຝົນຕົກນ້ຳຖ້ວມຢູ່ບັນດາທ້ອງຖິ່ນຕ່າງໆກໍ່ຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນ - ảnh 1 ສະພາຍນ້ຳຖ້ວມຢູ່ແຂວງ ຮ່ວາບີ່ງ

ຮອດວັນທີ 11 ຕຸລາ, ຢູ່ບັນດາແຂວງຄື: ແທງຮ໋ວາ, ເງະອານ, ຮ່ວາບິ່ງ, ເຊີນລາ, ອຽນບ໋າຍ, ກວາງຈີ້ ມີ 40 ຄົນຖືກເສຍຊີວິດ, 22 ຄົນຖືກຫາຍສາບສູນ ແລະ 14 ຄົນຖືກຮັບບາດເຈັບ. ສະພາບຝົນຕົກນ້ຳຖ້ວມເຮັດໃຫ້ເຮືອນຊານ 60 ຫຼັງຖືກພັງທະລາຍ ແລະ 6.000 ຫຼັງຖືກນ້ຳຖ້ວມ ພ້ອມກັບເນື້ອທີ່ຜັກພືດ, ລ້ຽງປູກສິນໃນນ້ຳ, ສັດລ້ຽງ, ສັດປີກ ຕາຍເປັນພັນໆໂຕ. ປະຈຸບັນ, ບັນດາກົມກອງທະຫານໄດ້ລະດົມພະນັກງນ, ນັກຮົບ, ທະຫານລາດ 7.000 ຄົນໜູນຊ່ວຍບັນດາທ້ອງຖິ່ນຈັດຕັ້ງການເຄື່ອນຍ້າຍເກືອບ 8.000 ຄອບຄົວເຖິງເຂດປອດໄພ, ກູ້ຊ່ວຍໄດ້ບາງຄົນຖືກປະສົບເຄາະຮ້າຍ. ໃນບາງທ້ອງຖິ່ນຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ, ແຂວງ ອຽນບາຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນຖືກຜົນເສຍຫາຍຫຼາຍທີ່ສຸດດ້ວຍຈຳນວນ 22 ຄົນເສຍຊີວິດ, ຫາຍສາບສູນ ແລະ ຖືກຮັບບາດເຈັບ; ຖືກເສຍຫາຍ ກ່ຽວກັບຊັບສິນ ຄາດຄະເນໃນເບື້ອງຕົ້ນແມ່ນປະມານ 120 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ