ຝົນຕົກໜັກ, ນ້ຳຖ້ວມສືບຕໍ່ຄຸກຄາມທ້ອງຖິ່ນຕ່າງໆຂອງ ຍີ່ປຸ່ນ, ຈີນ

(VOVWORLD) - ໃນຈຳນວນ 54 ກິດຈະການທີ່ຖືກເສຍຫາຍເປ່ເພນັ້ນ, ມີ 21 ກິດຈະການຢູ່ແຂວງ Kumamoto, ບ່ອນທີ່ເກີດຝົນຕົກໜັກ, ນ້ຳແກ່ງໄຫຼຊຸໄດ້ເຮັດໃຫ້ 60 ຄົນເສຍຊີວິດ. 
ຝົນຕົກໜັກ, ນ້ຳຖ້ວມສືບຕໍ່ຄຸກຄາມທ້ອງຖິ່ນຕ່າງໆຂອງ ຍີ່ປຸ່ນ, ຈີນ - ảnh 1 (ພາບປະກອບ/ AP)

ໄດ້ມີກິດຈະການວັດທະນະທຳຢ່າງໜ້ອຍສຸດ 54 ກິດຈະການ, ລວມທັງບັນດາມໍລະດົກໂລກ ໂດຍອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງເອົາ ຖືກເສຍຫາຍເປ່ເພ ຍ້ອນຝົນຕົກໜັກແກ່ຍາວເປັນເວລາຫລາຍມື້ ໄດ້ເຮັດໃຫ້ມີນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ເຂດ Kyushu, ທາງທິດຕາເວັນຕົກສ່ຽງໃຕ້ ຍີ່ປຸ່ນ. ນອກຈາກນັ້ນ, ກິດຈະການສະຖາປັດຕະຍະກຳວັດທະນະທຳຫລາຍແຫ່ງທີ່ເປັນຂອງເອກະຊົນ ກໍ່ຖືກເສຍຫາຍເປ່ເພເຊັ່ນດຽວກັນ. ໃນຈຳນວນ 54 ກິດຈະການທີ່ຖືກເສຍຫາຍເປ່ເພນັ້ນ, ມີ 21 ກິດຈະການຢູ່ແຂວງ Kumamoto, ບ່ອນທີ່ເກີດຝົນຕົກໜັກ, ນ້ຳແກ່ງໄຫຼຊຸໄດ້ເຮັດໃຫ້ 60 ຄົນເສຍຊີວິດ. ວົງການເຈົ້າໜ້າທີ່ຄຸ້ມຄອງວັດທະນະທຳ ຍີ່ປຸ່ນ ຖືວ່າ: ບັນດາອຳນາດການປົກຄອງທ້ອງຖິ່ນ ຄວນຜັນຂະຫຍາຍວຽກງານສ້ອມແປງ ແລະ ບູລະນະໂດຍໄວ ເພື່ອອະນຸລັກຮັກສາບັນດາມໍລະດົກວັດທະນະທຳ.

        ໃນຂະນະນັ້ນ, ຢູ່ ຈີນ, ກໍ່ເກີດນ້ຳຖ້ວມຍ້ອນຝົນຕົກໜັກໃນລະຫວ່າງວັນທີ 6 – 14 ກໍລະກົດ ໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນແຂວງ ແຈງຊີ ປະມານ 6,42 ລ້ານຄົນ. ຄາດຄະເນຄວາມເສຍຫາຍດ້ານເສດຖະກິດແມ່ນປະມານ 1,7 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ