ຝຣັ່ງ ກະຕຸກຊຸກຍູ້ການປະຕິບັດຂໍ້ຕົກລົງນິວເຄຼຍກັບ ອີຣານ ຢ່າງເຂັ້ມງວດ

(VOVWORLD) - ປາຣີ ກໍ່ຖະແຫຼງຈະດຳເນີນບັນດາການປຶກສາຫາລື ກັບບາງປະເທດສຳພັນທະມິດ ໃນສະຫະພາບເອີລົບ...
ຝຣັ່ງ ກະຕຸກຊຸກຍູ້ການປະຕິບັດຂໍ້ຕົກລົງນິວເຄຼຍກັບ ອີຣານ ຢ່າງເຂັ້ມງວດ - ảnh 1 ເຕົາປະຕິກອນນິວເຄຼຍຢູ່ພາກກາງ ອີຣານ 

ຝຣັ່ງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປະຕິບັດຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງ ເຕເຮຣານ ພ້ອມກັບກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝຣັ່ງ, ລັດເຊຍ, ອາເມລິກາ, ຈີນ ພ້ອມກັບ ເຢຍລະມັນ) ໄດ້ລົງນາມເມື່ອປີ 2015 ຢ່າງເຂັ້ມງວດ. ປາຣີ ກໍ່ຖະແຫຼງຈະດຳເນີນບັນດາການປຶກສາຫາລື ກັບບາງປະເທດສຳພັນທະມິດ ໃນສະຫະພາບເອີລົບ ແລະ ອາເມລິກາ ກ່ຽວກັບໂຄງການນິວເຄຼຍ ຂອງ ອີຣານ. ວັນທີ 19 ກຸມພາ, ກະຊວງການຕ່າງປະເທດ ຝຣັ່ງ ກໍ່ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງປະເທດນີ້ສຳລັບ JCPOA.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Macron ໄດ້ເນັ້ນໜັກເຖິງ: ຄວາມສຳຄັນຂອງເລື່ອງຮັກສາຂໍ້ຕົກລົງນິວເຄຼຍ ດັ່ງກ່າວກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu. ຕາມທ່ານປະທານາທິບໍດີ ຝຣັ່ງ ແລ້ວ, ທຸກໆປະເທດທີ່ໄດ້ລົງນາມໃນຂໍ້ຕົກລົງນິວເຄຼຍ ກັບ ອີຣານ ຄວນເຄົາລົບຖືບັນດາຂໍ້ມາດຕາຂອງຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ