ຝຣັ່ງ ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 1

(VOVWORLD) -ອາທິດນີ້, ຝຣັ່ງ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 1.
ຝຣັ່ງ ຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 1 - ảnh 1 (ພາບປະກອບ)

ຈຸດສຸມຂອງເຫດການແມ່ນພິທີໄວ້ອາໄລ ເຊິ່ງດຳເນີນຢູ່ປະຕູໄຊ ທີ່ນະຄອນຫລວງ Paris ໃນວັນທີ 11 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳໂລກປະມານ 80 ທ່ານ. ບັນດາພິທີສະເຫຼີມສະຫຼອງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດນິລະນາມທີ່ທາງຫລວງໃຫຍ່ Champs-Elysees  ຈະໄດ້ຈັດຕັ້ງໃນເງື່ອນໄຂຄວາມສະຫງົບປອດໄພໄດ້ເພີ່ມທະວີ ພາຍຫລັງບັນດາການບຸກໂຈມຕີນອງເລືອດຂອງພວກບຸກຄົນທຳສົງຄາມສັກສິດຢູ່ ຝຣັ່ງ ຫ່າງຈາກນີ້ເປັນເວລາ 3 ປີ.

        ໃນອາທິດສະເຫຼີມສະຫຼອງ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຈະໄປຢ້ຽມຢາມຫລາຍເຂດຢູ່ພາກເໜືອ ແລະ ພາກຕາເວັນອອກ ຝຣັ່ງ ທີ່ຖືກສົງຄາມທຳລາຍ, ຢ້ຽມຢາມບັນດາສະໜາມຂຸມຄອງຂອງແນວໂຮມທາງທິດຕາເວັນຕົກຈາກ Verdun ເຖິງ Somme,  ແລະ ເຂົ້າຮ່ວມບັນດາພິທີສະເຫຼີມສະຫຼອງກັບການນຳ ເຢຍລະມັນ, ອັງກິດ ແລະ ມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ