ຝຣັ່ງ ຈະມີການກະທຳ ຖ້າອຳນາດການປົກຄອງ ອາຣັບບິ ຊະອຸດິ ຢືນຢູ່ເບື້ອງຫລັງເຫດເຂັ່ນຂ້ານັກຂ່າວ Khashoggi

(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmannuel Macron ໄດ້ໂອ້ລົມທາງໂທລະສັບກັບອົງມົງກຸດລາດຊະກຸມມານ ອາຣັບບິ ຊະອຸດິ Mohammed bin Salman ວ່າ
ຝຣັ່ງ ຈະມີການກະທຳ ຖ້າອຳນາດການປົກຄອງ ອາຣັບບິ ຊະອຸດິ ຢືນຢູ່ເບື້ອງຫລັງເຫດເຂັ່ນຂ້ານັກຂ່າວ Khashoggi - ảnh 1ຝຣັ່ງ ຈະມີການກະທຳ ຖ້າອຳນາດການປົກຄອງ ອາຣັບບິ ຊະອຸດິ ຢືນຢູ່ເບື້ອງຫລັງເຫດເຂັ່ນຂ້ານັກຂ່າວ Khashoggi (ພາບ: THX/TTXVN)

Paris ຈະມີການກະທຳຕ້ານຄືນ Riyadh ຖ້າໝາກຜົນການສືບສວນສອບສວນຊີ້ໃຫ້ເຫັນວ່າ ອຳນາດການປົກຄອງ Riyadh ຢືນຢູ່ເບື້ອງຫລັງເຫດເຂັ່ນຂ້ານັກຂ່າວ Jamal Khashoggi ໃນສຳນັກງານສະຖານກົງສູນຢູ່ນະຄອນ Istanbul ຂອງ ຕວກກີ ໃນການຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນຄ່ຳວັນທີ 21 ຕຸລາ, ຫ້ອງວ່າການປະທານາທິບໍດີ ຝຣັ່ງ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ທ່ານ Macron ແລະ ອົງມົງກຸດລາດຊະກຸມມານ Salman ໄດ້ປຶກສາຫາລືການສືບກ່ຽວກັບການສືບສວນເຫດເຂັ່ນຂ້ານັກຂ່າວ Khashoggi. ວັງ Elysse ຍັງໃຫ້ຮູ້ຕື່ມອີກວ່າ ທ່ານປະທານາທິບໍດີ Macron ໄດ້ສະແດງຄວາມ ໂກດຮ້າຍ ແລະ ສະເໜີພິຈາລະນາຢ່າງລະອຽດບັນດາກໍລະນີທີ່ພາໃຫ້ເກີດເຫດການດັ່ງກ່າວ.

       ວັນທີ 21 ຕຸລາ, ອາຣັບບິ ຊະອຸດິ ໄດ້ຍອມຮັບວ່າ ທ່ານ Khashoggi ໄດ້ເສຍຊີວິດໃນການປະທະກັນຢູ່ສະຖານກົງສູນຂອງປະເທດນີ້ ຢູ່ນະຄອນ Istanbul ຂອງ ຕວກກີ, ແຕ່ບໍ່ເວົ້າແຈ້ງສາຍເຫດຂອງການຕາຍດັ່ງກ່າວເທື່ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ