ຝຣັ່ງ ສ້າງແຜນການສ້າງຕັ້ງເສັ້ນທາງການຄ້າ ເອີລົບ - ລັດເຊຍ -ຈີນ

(VOVWORLD) - ຝຣັ່ງ ພວມສ້າງແຜນການສ້າງ “ເສັ້ນທາງການຄ້າ” ຈາກ ເອີລົບ ຜ່ານ ລັດເຊຍ ໄປຍັງ ຈີນ, ເພື່ອແນໃສ່ທົດແທນໃຫ້ການພົວພັນດ້ານເສດຖະກິດທີ່ນັບມື້ນັບຂາດຄວາມດຸ່ນດ່ຽງລະຫວ່າງ ປາຣີ ແລະ ວໍຊິງຕັນ.

 ຕາມແຫຼ່ງຂ່າວໂດຍທ່ານ Bruno Le Maire, ລັດຖະມົນຕີກະຊວງເສດຖະກິດ ຝຣັ່ງ ປະກາດໃນໜັງສືພິມ Wall Street ແລ້ວ, ເປົ້າໝາຍຂອງ ຝຣັ່ງ ແມ່ນຫັນໂລກທີ່ຖືກບັນດາສາຍພົວພັນຂ້າມ ມະຫາສະໝຸດ ອັດລັງຕິກ ແບບຜູກຂາດຄອບຄອງ ກາຍເປັນໂລກມີຄວາມດຸ່ນດ່ຽງກ່ວາ. ທ່ານລັດຖະມົນຕີ Le Maire ກໍ່ໄດ້ຕຳໜິຕິຕຽນເລື່ອງຈັດວາງ “ຄຳສັ່ງລົງໂທດຂ້າມຜືນແຜ່ນດິນ” ຂອງ ອາເມລິກາ. ທ່ານ ເນັ້ນໜັກວ່າ ບັນດາມາດຕະການຄືແນວນັ້ນອາດຈະຫັນ ອາເມລິກາ ກາຍເປັນກຳລັງຄອບຄອງການຄ້າທົ່ວໂລກ, ສິ່ງທີ່ຝືນກັບທັດສະນະຂອງ ຝຣັ່ງ ກ່ຽວກັບລະບົບການຄ້າສາກົນຫຼາຍສົ້ນ.

        ແຜນຮ່າງສ້າງຕັ້ງ ເສັ້ນທາງການຄ້າດັ່ງກ່າວໂດຍທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຈະໄດ້ເຕື້ອງເຖິງໃນການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານໃນເດືອນ ມັງກອນ 2018 ແລະ ທີ່ເວທີປາໄສເສດຖະກິດສາກົນ St.Petersburg ໃນເດືອນ ພຶດສະພາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ