ຝຣັ່ງ ຮຽກຮ້ອງບັນດາປະເທດ ເອີຣົບ ຊອກຫາຜູ້ອອກສະໝັກເລືອກຕັ້ງໃຫ້ຕຳແໜ່ງເປັນຜູ້ອຳນວຍການໃຫຍ່ IMF ໂດຍໄວ

(VOVWORLD) - ລັດຖະມົນຕີບັນດາປະເທດສະຫະພາບ ເອີຣົບ (EU) ຈະປຶກສາຫາລືບັນຫານີ້ທີ່ກອງປະຊຸມຢູ່ ບຣຸກແຊນ ໃນວັນທີ 09 ກໍລະກົດ ຈະມາເຖິງ.
ຝຣັ່ງ ຮຽກຮ້ອງບັນດາປະເທດ ເອີຣົບ ຊອກຫາຜູ້ອອກສະໝັກເລືອກຕັ້ງໃຫ້ຕຳແໜ່ງເປັນຜູ້ອຳນວຍການໃຫຍ່ IMF ໂດຍໄວ - ảnh 1ຜູ້ອຳນວຍການໃຫຍ່ IMF Christine Lagarde (ພາບ: AFP/TTXVN)

ໃນບົດກ່າວປາໄສໃນວັນທີ 06 ກໍລະກົດ, ທ່ານລັດຖະມົນຕີກະຊວງການເງິນ ຝຣັ່ງ Bruno Le Maire ໄດ້ເນັ້ນໜັກວ່າ ລັດຖະມົນຕີກະຊວງການເງິນບັນດາປະເທດ ເອີຣົບ ຄວນເຫັນດີເປັນເອກະພາບກ່ຽວກັບຜູ້ອອກສະໝັກເລືອກຕັ້ງຄົນໜຶ່ງ ເພື່ອແທນໃຫ້ຕຳແໜ່ງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ຂອງທ່ານນາງ Christine Lagarde ໃນສະພາບທີ່ ຜູ້ນຳໜ້າ IMF ຄົນນີ້ ຫາກໍ່ໄດ້ຮັບການສະເໜີດຳລົງຕຳແໜ່ງປະທານທະນາຄານສູນກາງ ເອີຣົບ (ECB). ທ່ານ Le Maire ໃຫ້ຮູ້ວ່າ: ລັດຖະມົນຕີບັນດາປະເທດສະຫະພາບ ເອີຣົບ (EU) ຈະປຶກສາຫາລືບັນຫານີ້ທີ່ກອງປະຊຸມຢູ່ ບຣຸກແຊນ ໃນວັນທີ 09 ກໍລະກົດ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ