ຝຣັ່ງ ເພີ່ມທະວີ ການປ້ອງກັນຄວາມ ສະຫງົບເພື່ອຕ້ານ ກໍ່ການຮ້າຍ

ຝຣັ່ງ ເພີ່ມທະວີ ການປ້ອງກັນຄວາມ ສະຫງົບເພື່ອຕ້ານ ກໍ່ການຮ້າຍ - ảnh 1
ປະທານາທິບໍດີ ຝຣັ່ງ Francois Hollande

(vovworld) – ວັນ​ທີ 12/1, ປະທານາທິບໍດີ ຝຣັ່ງ Francois Hollande ​​ຖະ​ແຫຼ​ງ: ​ໄດ້​ອອກ​ຄຳ​ສັ່ງ​ຮັດ​ແໜ້ນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ, ​ເຊິ່ງລວມມີ​ບັນ​ດາ​ມາດ​ຕະການ​ຕ້ານ​ກໍ່​ການ​ຮ້າຍ, ພາຍຫຼັງ​ທີ່ ປາຣີມີ​ບັນດາ​ການ​ກະທຳ​ຕ້ານ​ກຳລັງ ອິດສະ​ລາມ ຫົວ​ຮຸ້ນ​ແຮງ ຢູ່ Mali ​ແລະ Somalia. ທ່ານ Hollande ​ໃຫ້​ຮູ້​ວ່າ: ຝຣັ່ງ​ ​ໄດ້​ນຳ​ໃຊ້​ທຸກໆ​ມາດ​ຕະການ​ປ້ອງ​ກັນ​ທີ່​ຈຳ​ເປັນ​ຕໍ່ໜ້າ​ໄພ​ກໍ່​ການ​ຮ້າຍ, ​ໃນ​ນັ້ນ​ມີ​ເລື່ອງ​ຕິດຕາມ​ກວດກາ​ບັນດາ​ສຳນັກງານ​ຂອງ​ລັດ ​ແລະ ​ເຄືອ​ຂ່າຍ​ຄົມ​ມະນະ​ຄົມ. ການ​ກະທຳ​ດັ່ງກ່າວ​ເກີດ​ຂຶ້ນ ພາຍຫຼັງ​ທີ່ ກອມ​ມັງ​ໂດ ຝຣັ່ງ ຖືກປະລາ​ໄຊ​ໃນ​ການ​ບຸກ​ໂຈມ​ຕີ ​ເພື່ອ​ກູ້​ເອົານັກ​ສືບ​ຂ່າວຜູ້​ໜຶ່ງ​ຢູ່ Somalia, ​ເຮັດ​ໃຫ້​ 19 ຄົນ​ເສຍ​ຊີວິດ, ກໍ​ຄື​ເລື່ອງ ຝຣັ່ງ ຜັນ​ຂະຫຍາຍ​ກອງທັບ​ອາກາດ ​ເພື່ອ​ຊ່ວຍ​ເຫຼືອກອງທັບ Mali ສະ​ກັກ​ກັ້ນ​ທະຫານ​ແຕກ​ທັບ ອິດສະ​ລາມ ​ບຸກ​ເຂົ້າ​ເຖິງ​ພາກ​ໃຕ້​ຂອງ​ປະ​ເທດ ອາບຟຣີກາ ນີ້.

ຂ່າວ/ບົດ​ອື່ນ