ຝຣັ່ງ, ເຢຍລະມັນ ເຫັນດີເປັນເອກະພາບຕໍ່ແຜນງົບປະມານ Eurozone

(VOVWORLD) - ຝຣັ່ງ ແລະ ເຢຍລະມັນ ຍັງບໍ່ທັນຍົກອອກຕົວເລກງົບປະມານລະອຽດ ຫາກພຽງແຕ່ເປັນເອກະພາບກ່ຽວກັບບັນດາຫຼັກການພື້ນຖານ ແລະ ໂຄງປະກອບຂອງງົບປະມານລວມເທົ່ານັ້ນ. 

ຝຣັ່ງ ແລະ ເຢຍລະມັນ ເປັນ 2 ປະເທດແຖວໜ້າຂອງ ເອີຣົບ ໄດ້ເຫັນດີເປັນເອກະພາບຕໍ່ບັນດາຈຸດຕົ້ນຕໍສຳລັບແຜນງົບປະມານໃຫ້ພາກພື້ນໃຊ້ສະກຸນເງິນຕາລວມ ເອີຣົບ (Eurozone) ແລະ ຈະສະເໜີຕໍ່ບັນດາລັດຖະມົນຕີກະຊວງການເງິນຂອງສະຫະພາບ ເອີຣົບ (ອີຢູ) ຢູ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 19 ພະຈິກ ຈະມາເຖິງ.

       ຝຣັ່ງ ແລະ ເຢຍລະມັນ ຍັງບໍ່ທັນຍົກອອກຕົວເລກງົບປະມານລະອຽດ ຫາກພຽງແຕ່ເປັນເອກະພາບກ່ຽວກັບບັນດາຫຼັກການພື້ນຖານ ແລະ ໂຄງປະກອບຂອງງົບປະມານລວມເທົ່ານັ້ນ. ນີ້ແມ່ນບາດກ້າວເດີນໃຫຍ່ ເຊິ່ງທັງ ຝຣັ່ງ ແລະ ເຢຍລະມັນ ລ້ວນແຕ່ປາດຖະໜາຢາກແບ່ງປັນກັບບັນດາປະເທດທີ່ຍັງເຫຼືອໃນ Eurozone.

       ແຜນງົບປະມານລວມໃຫ້ທົ່ວ Eurozone ແມ່ນໜຶ່ງໃນບັນດາແນວຄວາມຄິດຫຼັກແຫຼ່ງຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ແນໃສ່ຮັກສາສະກຸນເງິນ ເອີໂຣ, ແຕ່ໄດ້ກໍ່ຄວາມບໍ່ລົງລອຍກັນລະຫວ່າງ ຝຣັ່ງ ແລະ ເຢຍລະມັນ, 2 ພື້ນຖານເສດຖະກິດໃຫຍ່ສຸດຂອງ Eurozone…

 

ຕອບກັບ

ຂ່າວ/ບົດ​ອື່ນ