ຝຣັ່ງ ແລະ ອາເມລິກາ ມອບໂອນການເຄື່ອນໄຫວດ້ານການທະຫານ ຢູ່ Mali

ຝຣັ່ງ ແລະ ອາເມລິກາ ມອບໂອນການເຄື່ອນໄຫວດ້ານການທະຫານ ຢູ່ Mali - ảnh 1
ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden

(vovworld) - ວັນ​ທີ 4/2, ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໃຫ້​ຮູ້​ວ່າ​: ອາ​ເມ​ລິ​ກາ ​ແລະ ຝຣັ່ງ ​ໄດ້​ປຶກສາ​ຫາລື​ເລື່ອງມອບ​ໂອນ​ບັນດາ​ການ​​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ ຢູ່ Mali ​ໃຫ້​ຄະນະ​ຜູ້​ແທນສະຫະ​ປະຊາ​ຊາດ​ໂດຍ​ໄວ ນັ້ນ​ແມ່ນ​ຄວາມ​ສະຫຼາດ​ສະຫຼຽວ. ພາຍຫຼັງການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ຢູ່ ປາຣີ, ທ່ານ Biden ​ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ້​ປຶກສາ​ຫາລື ຄວນສ້າງ​ຕັ້ງ​ຄະນະຜູ້​ແທນ​ສາກົນ​ໂດຍ ອາບຟຣີກາ ນຳ​ໜ້າ​ຢູ່ Mali ຢ່າງ​ຮີບ​ດ່ວນ ​ແລະ ມອບ​ໂອນ​ພາລະ​ກຳ​ນີ້​ໃຫ້​ແກ່​ສະຫະປະ​ຊາ​ຊາດ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ