ຝຣັ່ງ ແລະ ເຢຍລະມັນ ຮຽກຮ້ອງບັນດາປະເທດ ອີຢູ ເຫັນດີເປັນເອກະພາບທາງດ້ານຫຼັກໝັ້ນກ່ຽວກັບການລົງໂທດ ອາຣັບບິ ຊະອຸດິ

(VOVWORLD) - ທ່ານປະທານາທິດີ ຝຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢາກໃຫ້ບັນດາປະເທດ ອີຢູ ທັງໝົດເຫັນດີເປັນເອກະພາບກ່ຽວກັບບັນດາຄຳສັ່ງລົງໂທດສຳລັບ Riaydh.
ຝຣັ່ງ ແລະ ເຢຍລະມັນ ຮຽກຮ້ອງບັນດາປະເທດ ອີຢູ ເຫັນດີເປັນເອກະພາບທາງດ້ານຫຼັກໝັ້ນກ່ຽວກັບການລົງໂທດ ອາຣັບບິ ຊະອຸດິ - ảnh 1ຝຣັ່ງ ແລະ ເຢຍລະມັນ ຮຽກຮ້ອງບັນດາປະເທດ ອີຢູ ເຫັນດີເປັນເອກະພາບທາງດ້ານຫຼັກໝັ້ນກ່ຽວກັບການລົງໂທດ ອາຣັບບິ ຊະອຸດິ (ພາບ AFP/TTXVN)

ວັນທີ 27 ຕຸລາ, ວັງ Elysee ໃຫ້ຮູ້ວ່າ: ການນຳ ຝຣັ່ງ ແລະ ເຢຍລະມັນ ມີຄວາມປາດຖະໜາຢາກໃຫ້ບັນດາປະເທດສະຫະພາບ ເອີຣົບ (ອີຢູ) ຍົກອອກທັດສະນະເຫັນດີເປັນເອກະພາບກ່ຽວກັບເລື່ອງຈັດວາງລົງໂທດທາງດ້ານອາວຸດແນໃສ່ ອາຣັບບິ ຊະອຸດິ ພາຍຫລັງເຫດນັກຂ່າວ Jamal Khashoggi ຖືກເຂັ່ນຂ້າ. ຖະແຫຼງການເນັ້ນໜັກວ່າ ທ່ານປະທານາທິດີ ຝຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢາກໃຫ້ບັນດາປະເທດ ອີຢູ ທັງໝົດເຫັນດີເປັນເອກະພາບກ່ຽວກັບບັນດາຄຳສັ່ງລົງໂທດສຳລັບ Riaydh. ການກະທຳນີ້ ໄດ້ຍົກອອກມາ ພາຍຫລັງການພົບປະລະຫວ່າງການນຳ 2 ທ່ານຢູ່ນອກກອງປະຊຸມສຸດຍອດ ລັດເຊຍ, ຝຣັ່ງ, ເຢຍລະມັນ ແລະ ຕວກກີ ປຶກສາຫາລືກ່ຽວກັບ ຊີຣີ ເຊິ່ງພວມດຳເນີນຢູ່ Istanbul ປະເທດ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ