ຝຣັ່ງ,ຈີນເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຝຣັ່ງ,ຈີນເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1
 ທ່ານ​ປະທານາທິບໍດີ​ຝຣັ່ງ Francois Hollande ແລະ ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິ້ນ​ຜິ​ງ
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ)
(vovworld) ​​-  ວັນ​ທີ 16/11, ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທານາທິບໍດີ​ຝຣັ່ງ Francois Hollande ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ 2 ປະ​ເທດ. ​ໃນ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ Francois Hollande ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​  (G20) ​ທີ່ໄດ້​ດຳ​ເນີນ​ຢູ່​ອົດ​ສະ​ຕາ​ລີ, ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິ້ນ​ຜິ​ງ ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຝຣັ່ງຂອງ​ທ່ານ​ໃນ​ເດືອນ 3 ຜ່ານ​ມາ, ທ່ານ ​ແລະ ທ່ານ​ປະທານາທິບໍດີ​ຝຣັ່ງ Francois Hollande ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​​ນຳ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຈີນ-​ຝຣັ່ງ​ ກ້າວ​ເຂົ້າສູ່​ສັງກາດ​ໃໝ່. ສ່ວນ​ທ່ານປະທານາທິບໍດີ​ຝຣັ່ງ Francois Hollande ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານປະທານ​ປະ​ເທດ​ຈີນ​ສື​ຈິ້ນ​ຜິ​ງ ​ເຖິງ​ຝຣັ່ງ​ໄດ້​​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ. ທ່ານ​ປະທານາທິບໍດີ​ຝຣັ່ງ Francois Hollande ກໍ່​ຖະ​ແຫຼ​ງວ່າ: ຝຣັ່ງພ້ອມ​ແລ້ວທີ່​ຈະ​​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ ​ແລະ ສົມທົບ​ກັບ​ຈີນ​ໃນຄວາມ​ມານະ​ພະຍາຍາມຕ້ານ​ໂລກພະຍາດ Ebola; ບັນຫານິວ​ເຄຼຍອີຣານ ​ແລະ ບັ້ນ​ຕ້ານ​ກໍ່ການ​ຮ້າຍ​ໃນ​ໂລກ.
ຂ່າວ/ບົດ​ອື່ນ