ຝຣັ່ງມີນາຍົກລັດຖະມົນຕີຄົນໃໝ່

ຝຣັ່ງມີນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານ​ປະທານາທິບໍດີ Francois Hollande ແລະ ທ່ານນາຍົກລັດຖະມົນຕີຄົນໃໝ່ Manuel Valls (ເບື້ອງຂວາ)
(ພາບ: ladmedia.fr)

(vovworld) – ​ຕອນ​ຄຳ່​ວັນ​ທີ 31/3 (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານາທິບໍດີ ຝຮັ່ງ ຫາ​ກໍ່​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີຄົນ​ໃໝ່​ແທນ​ໃຫ້​ທ່ານ Jean Marc Ayrault ທີ່ຫາ​ກໍ່ລາ​ອອກ​ຈາກ​ຕຳ​ແໜ່​ງກ່ອນ​ນັ້ນ 2, 3 ນາທີ. ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Manuel Valls,​ ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ລັດຖະມົນຕີ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ລັດຖະບານ​ຊຸດ​ເກົ່າ, ​​ໄດ້ຮັບ​ການ​ແຕ່​ງຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຈາກທ່ານ​ປະທານາທິບໍດີ Hollande. ກ່າວ​ຄຳ​ເຫັນ​ໃນ​ໂທລະພາບ​ກ່ຽວ​ກັບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງນາຍົກລັດຖະມົນຕີຄົນ​ໃໝ່, ທ່ານ​ປະທານາທິບໍດີ Francois Hollande, ​ໃຫ້​ຮູ້​ວ່າ:

    “ຮອດ​ເວລາ​ແລ້ວ​ທີ່ພວກ​ເຮົາ​ຕ້ອງ​ມີ​ບາດກ້າວ​ໃໝ່. ຂ້າພະ​ເຈົ້າ​ໄດ້​ແຕ່ງ​ຕັ້ງທ່າ​ນ Manuel Valls, ຜູ້​ມີ​ຄຸນສົມບັດ​ທີ່​ຈຳ​ເປັນ, ຮັກສາ​ຕຳ​ແໜ່​ງນຳພາ​ລັດຖະບານ, ນີ້ຈະ​ແມ່ນ​ຄະນະ​ລັດຖະບານ​ໃໝ່​ທີ່​ປອດ​​ໃສ ​ແລະ ສະໜິດ​ຕິດ​ພັນ, ​ແມ່ນລັດຖະບານ​ທີ່ມີ​ລັກສະນະ​ຕໍ່​ສຸ້ສູງ.”

    ວັນ​ທີ 1/4, ທ່ານ Manuel Valls ຮັບ​ດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ ​ແລະ ດຳ​ເນີນ​ການ​ປ່ຽນ​ແປງ​ໃນ​ລັດຖະບານ. ຕາມ​ວົງ​ການ​ໄຈ້​ແຍກ​ການ​ເມືອງ ຝຣັ່ງ ​ແລ້ວ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່ສຳລັບ​ຕຳ​ແໜງ​ຫຼັກ​ແຫຼ່ງຄື: ລັດຖະມົນຕີ​ການ​ຕ່າງປະ​ເທດ, ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ, ​ລັດຖະມົນຕີ​ກະຊວງແຮງ​ງານ.​​.​..​




ຂ່າວ/ບົດ​ອື່ນ