ຝຣັ່ງມອບຫຼຽນໄຊໃຫ້ຊາວຫວຽດນາມ2ຄົນ

ຝຣັ່ງມອບຫຼຽນໄຊໃຫ້ຊາວຫວຽດນາມ2ຄົນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​​ຝຣັ່ງມອບ​ຫຼຽນ​ໄຊ Nations
ໃຫ້​ທ່ານ ຫງວຽນ​ວັນ​ເມ້ະ
(ພາບ:Quốc Việt/TTXVN)


(vovworld) –  ທ່ານ​ເອກ​ອັກຄະ​ລັດຖະທູດ​ສາທາລະນະ​ລັດ​ຝຣັ່ງ ປະຈຳ​ຫວຽດນາມ Jean Noel Poirier ​ໄດ້​ມອບ​ຫຼຽນ​ໄຊ Nations ຂອງ​ສາທາລະນະ​ລັດ​ຝຣັ່ງ ​ໃຫ້​ທ່ານ ຫງວຽນ​ວັນ​ເມ້ະ, ອະດີດ​ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​​ເຫ໋ວ ​ແລະ ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ເຫ໋ວ; ມອບຫຼຽນ​ໄຊ​ໃບ​ຄໍ້​ສະພາ​ມະຫາບັນດິດ​ໃຫ້​ທ່ານ ບື​ວອີ໋, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ເຫ໋ວ, ອະດີດ​ຜູ້ອຳ​ນວຍການ​ສູນວັດທະນະທຳ​ຫວຽດນາມ-ຝຣັ່ງ ນະຄອນ​ເຫ້ະ ​ແລະ ຮອງ​ຫົວໜ້າ​ພະ​ແນ​ກພາສາ​ຝຣັ່ງ, ມະຫາວິທະຍາ​ໄລ​ສ້າງ​ຄູ​ ເຫ໋ວ. ພິທີ​ມອບ​ຫຼຽນ​ໄຊ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 4/5, ຢູ່​ນະຄອນເຫ໋ວ. ທ່ານ​ເອກ​ອັກຄະ​ລັດຖະທູດ Jean Noel Poirier ຮັບ​ຮູ້​ຄຸນງາມຄວາມດີ ​ແລະ ການ​ປະກອບສ່ວນ​ຂອງ​ທ່ານ ຫງວຽນ​ວັນ​ເມ້ະ ​ແລະ ທ່ານ ບື​ວອີ໋ ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກາ​ນສຶກສາ, ສາທາລະນະ​ສຸກ ລະຫວ່າງ ຝຣັ່ງ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ