ຝຣັ່ງຮຽກຮ້ອງເຊື່ອມຕໍ່ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ອີງໃສ່ມາດຕະການ 2 ລັດ

(VOVWORLD) - ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron, ໄດ້ຮຽກຮ້ອງເຊື່ອມຕໍ່ບັນດາການເຈລະຈາສັນຕິພາບຢູ່ ຕາເວັນອອກກາງ ໂດຍອີງໃສ່ມາດຕະການ 2 ລັດ. 
 

ຝຣັ່ງຮຽກຮ້ອງເຊື່ອມຕໍ່ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ອີງໃສ່ມາດຕະການ 2 ລັດ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ແລະ ທ່ານປະທານາທິບໍດີ  Emmanuel Macron

(ພາບ: Reuters)

ວັນທີ 16 ກໍລະກົດ, ກ່າວຄຳເຫັນທີ່ການເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຢູ່ ປາຣີ, ທ່ານປະທານາທິບໍດີ  Emmanuel Macron ໃຫ້ຮູ້ວ່າ: ຝຣັ່ງ ກຽມພ້ອມສະໜັບສະໜູນທຸກໆຄວາມມານະພະຍາຍາມທາງການທູດ ເພື່ອມູ່ງໄປເຖິງຄາດໝາຍນີ້ ຕາມບັນດາມາດຖານສັນຕິພາບໂດຍປະຊາຄົມສາກົນຮັບຮູ້.

ທ່ານປະທານາທິບໍດີ ຝຣັ່ງ ກໍ່ເນັ້ນໜັກວ່າ ກົດໝາຍສາກົນຕ້ອງໄດ້ຮັບການເຄົາລົບຈາກທຸກໆຝ່າຍ, ນັ້ນແມ່ນໝາຍເຖິງການເຄື່ອນໄຫວກໍ່ສ້າງຖິ່ນຖານຄົງທີຢ່າງຕໍ່ເນື່ອງຂອງອິດສະຣາແອນ ໃນເຂດດິນແດນທີ່ຢຶດຄອງຈາກຊາວ ປາແລດສະຕີນ - ເຊິ່ງແມ່ນນະໂຍບາຍທີ່ ຝຣັ່ງ ໄດ້ຄັດຄ້ານ

ຕອບກັບ

ຂ່າວ/ບົດ​ອື່ນ