ຝຣັ່ງຮຽກຮ້ອງໃຫ້ເອີລົບຍູ້ແຮງການຮັບມືກັບວິກິດການອົບພະຍົບ

ຝຣັ່ງຮຽກຮ້ອງໃຫ້ເອີລົບຍູ້ແຮງການຮັບມືກັບວິກິດການອົບພະຍົບ - ảnh 1
ກອງ​ປະ​ຊຸມ​ດ່ວນ​ຂອງ ສະ​ຫະ​ພາບ ເອີ​ລົບ
(ພາບ: AFP/TTXVN)

(vovworld) –  ວັນ​ທີ 21/4, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande ກະ​ຕຸກ​ຊຸກ​ຍູ້ ເອີ​ລົບ ເພີ່ມ​ທະ​ວີກ​ານ​ແກ້​ໄຂວິ​ກິດ​ການ​ອົບ​ພະ​ຍົບ​ພາຍຫຼັງ​​ເກີດ​​​ເຫດ​ໂສກ​ນາດ​ຕະ​ກຳ​ເປັນ​ຫຼາຍ​ຄັ້ງ​ຢູ່​ເຂດ ທະ​ເລ​ເມ​ດີ​ແຕ​ຣາ​ເນ. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ຈັດ​ກອງ​ປະ​ຊຸມ​ດ່ວນ​ພາຍຫຼັງ​ເຫດ​ການ​ເຮືອ​​ຫຼົ້ມ​ເຮັດ​ໃຫ້ 800 ຄົນ​ເສຍ​ຊີ​ວິດ​ຢູ່ ທະ​ເລ​ເມ​ດີ​ແຕ​ຣາ​ເນ ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Hollande ຢັ້ງ​ຢືນ​ວ່າ: ກອງ​ປະ​ຊຸມ​ສຸດຍອດ  ເອີ​ລົບ ດຳ​ເນີນ​ໄປ​ໃນ​ວັນ​ທີ 23/4 ບໍ່​ອາດ​ແມ່ນກອງ​ປະ​ຊຸມ​ທຳ​ມະ​ດາ​ໄດ​້. ຕາມ​ທ່ານ​ແລ້ວ, ບັນ​ດາ​ປະ​ເທດ ເອີ​ລົບ ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແກ້​ໄຂ​ບັນ​ຫາ​ຊາວ​ອົບ​ພະ​ຍົບ, ປະ​ຈຸ​ບັນ​ພວມ​ຢູ່​ໃນ​ລະ​ດັບ​ບໍ່​ສາ​ມາດ​ຮັບ​ຮູ້​ໄດ້​ທັງ​ດ້ານ​ມະ​ນຸດ​ສະ​ທຳ ກໍ່​ຄື​ດ້ານ​ກາ​ນ​ເມ​ືອງ. ທ່ານກໍ່​ຢ​້ຳ​ຄືນ​ຂໍ້​ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ບົນ​ທະ​ເລ ແລະ ທາງ​ອາ​ກາດ​ຢູ່​ເຂດ ທະ​ເລ​ເມ​ດີ​ແຕ​ຣາ​ເນ.


ຂ່າວ/ບົດ​ອື່ນ