ຝລັ່ງ ກະກຽມໃຫ້ງານມະຫາກຳກິລາຄົນພິການ Paralympic Paris

(VOVWORLD) - ໃນ 12 ມື້ແຂ່ງຂັນ, ນັກກິລາປະມານ 4.400 ຄົນຈະແຂ່ງຂັນໃນ 22 ປະເພດກິລາ, ຢູ່ 18 ສະຖານທີ່.
ຝລັ່ງ ກະກຽມໃຫ້ງານມະຫາກຳກິລາຄົນພິການ Paralympic Paris - ảnh 1ງານມະຫາກຳກິລາ Paralympic Paris 2024 ຈັດຂຶ້ນແຕ່ວັນທີ 28 ສິງຫາ - 09 ກັນຍາ
(ພາບ: AFP/TTXVN)

        ພາຍຫຼັງອັດງານມະຫາກຳກິລາ Olympic 2024, ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ພວມຮີບເຮັ່ງ ກະກຽມຕ້ອນຮັບ 180 ຄະນະນັກກິລາຄົນພິການທີ່ຈະມາແຂ່ງຂັນໃນງານມະຫາກຳກິລາ Paralympic Paris 2024 ແຕ່ວັນທີ 28 ສິງຫາ - 09 ກັນຍາ. ຄາດວ່າ, ພິທີໄຂງານມະຫາກຳກິລາ Paralympic ຈະຈັດຂຶ້ນໃນວັນທີ 28 ສິງຫາ. ໃນ 12 ມື້ແຂ່ງຂັນ, ນັກກິລາປະມານ 4.400 ຄົນຈະແຂ່ງຂັນໃນ 22 ປະເພດກິລາ, ຢູ່ 18 ສະຖານທີ່.

        ກໍ່ຄ້າຍຄືກັນກັບ Olympic Paris, ບັນດາເຫດການຂອງ Paralympic ຈະຈັດຂຶ້ນຢູ່ ປາຣີ ແລະ ບັນດາເຂດໃກ້ຄຽງເປັນຕົ້ນ. ນອກຈາກສະໜາມແຂ່ງຂັນຢູ່ສະໜາມຫຼວງ Concorde ຖືກມ້າງອອກເພື່ອຮັບໃຊ້ພິທີໄຂແລ້ວ, 18 ເຂດແຂ່ງຂັນທີ່ໄດ້ສ້າງຕັ້ງຢູ່ບັນດາເຂດປູຊະນີຍະສະຖານຂອງ ປາຣີ ແມ່ນຍັງໄດ້ຮັບການຮັກສາໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ