ຝລັ່ງ: ການໃຊ້ຄວາມຮູນແຮງເກີດຂຶ້ນໃນການແຫ່ຂະບວນປະທ້ວງຂອງຂະບວນການ“ເສື້ອເຫຼືອງ”

(VOVWORLD) -ແຕ່ຮຸ່ງເຊົ້າວັນທີ 16 ມີນາ, ມີຜູ້ແຫ່ຂະບວນປະທ້ວງຂະບວນການ “ເສື້ອເຫຼືອງ” 10.000 ຄົນໄດ້ເຕົ້າໂຮມຢູ່ປາຣີ ເພື່ອເລີ່ມຕົ້ນການແຫ່ຂະບວນປະທ້ວງຄັ້ງທີ 18.

ຝລັ່ງ: ການໃຊ້ຄວາມຮູນແຮງເກີດຂຶ້ນໃນການແຫ່ຂະບວນປະທ້ວງຂອງຂະບວນການ“ເສື້ອເຫຼືອງ” - ảnh 1 ບັນດາຮ້ານຂາຍເຄື່ອງຖືກທຳລາຍ

(ພາບ: AFP/TTXVN)

ບັນດາຮ້ານຂາຍເຄື່ອງຖືກໂຈນສະຫລັດ, ທຳລາຍ, ບັນດາຮ້ານຂາຍໜັງສືພິມ ແລະ  ປາຍໂຄສະນາຖືກຈູດ, ແກ້ວແຕກລົງຢູ່ທົ່ວທາງຍ່າງ ຖະໜົນຫຼວງ Champ Elysees, ການປະທະກັນກັບຕຳຫຼວດຢູ່ຖະໜົນສາຍຕ່າງໆໄດ້ເກີດຂຶ້ນ, ສຽງລະເບີດ, ສຽງປືນກ້ອງກັນວານໄປທົ່ວ… ນັ້ນແມ່ນຮູບພາບຢູ່ເຂດໃຈກາງນະຄອນຫຼວງປາຣີ ໃນວັນທີ 16 ມີນາ, ເຮັດໃຫ້ຮູບພາບການໃຊ້ຄວາມຮຸນແຮງໃນຊຸມອາທິດເລີ່ມແຫ່ຂະບວນປະທ້ວງຂອງຂະບວນການ “ເສື້ອເຫຼືອງ” ໃນຕົ້ນເດືອນ ທັນວາ 2018 ໄດ້ປະກົດອອກຄືນໃຫມ່.

         ແຕ່ຮຸ່ງເຊົ້າວັນທີ 16 ມີນາ, ມີຜູ້ແຫ່ຂະບວນປະທ້ວງຂະບວນການ “ເສື້ອເຫຼືອງ” 10.000 ຄົນໄດ້ເຕົ້າໂຮມຢູ່ປາຣີ ເພື່ອເລີ່ມຕົ້ນການແຫ່ຂະບວນປະທ້ວງຄັ້ງທີ 18. ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe, ໄດ້ມີໜ້າຢູ່ຖະໜົນຫຼວງ Champ Elysees ເພື່ອກ່າວປະນາມບັນດາການກະທຳດັ່ງກ່າວ ແລະ ເນັ້ນໜັກວ່າ, ການໃຊ້ຄວາມຮຸນແຮງຄືແນວນັ້ນແມ່ນບໍ່ອາດຍອມຮັບໄດ້ ແລະ ຈະນຳຂຶ້ນສານພິພາກສາລົງໂທດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ