ຝ​ລັ່ງ​ ຄາດ​ວ່າ​ຈະ​ເລີ່ມ​ເຄື່ອນ​ໄຫວ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ຄືນ​ໃໝ່

(VOVWORLD) -ກ່າວຄຳເຫັນໃນຊ່ອງໂທລະພາບ BFM, ທ່ານ  Garbriel Attal ຊີ້ແຈ້ງວ່າ ສິ່ງທີ່ຈຳເປັນ ໃນປັດຈຸບັນແມ່ນ ເລີ່ມເຄື່ອນໄຫວການພົວພັນສອງຝ່າຍກັບ ອາເມລິກາ ຄືນໃໝ່, ຍ້ອນວ່າທັງສອງປະເທດລ້ວນແຕ່ເຂົ້າຮ່ວມແກ້ໄຂບັນຫາສຳຄັນໃນທົ່ວໂລກ. 

ວັນທີ 29 ຕຸລາ, ທ່ານ Gabriel Attal ໂຄສົກລັດຖະບານ ຝລັ່ງ ໃຫ້ຮູ້ວ່າ ປະເທດນີ້ ມີແຜນການເລີ່ມເຄື່ອນໄຫວການຮ່ວມມືກັບ ອາເມລິກາ ຄືນໃໝ່ ພາຍຫຼັງທີ່ເກີດຄວາມເຄັ່ງຕຶງທາງການທູດ ທີ່ກ່ຽວຂ້ອງເຖິງ ຂໍ້ຕົກລົງຄວາມໝັ້ນຄົງ ລະຫວ່າງ 3 ຝ່າຍ ອາເມລິກາ - ອັງກິດ - ອົດສະຕາລີ (AUKUS), ໃນສະພາບທີ່ ທັງ ປາຣີ ແລະ ວໍຊິງຕັນ ພວມເຂົ້າຮ່ວມການແກ້ໄຂບັນຫາສຳຄັນໃນທົ່ວໂລກ.

ກ່າວຄຳເຫັນໃນຊ່ອງໂທລະພາບ BFM, ທ່ານ  Garbriel Attal ຊີ້ແຈ້ງວ່າ ສິ່ງທີ່ຈຳເປັນ ໃນປັດຈຸບັນແມ່ນ ເລີ່ມເຄື່ອນໄຫວການພົວພັນສອງຝ່າຍກັບ ອາເມລິກາ ຄືນໃໝ່, ຍ້ອນວ່າທັງສອງປະເທດລ້ວນແຕ່ເຂົ້າຮ່ວມແກ້ໄຂບັນຫາສຳຄັນໃນທົ່ວໂລກ. ທ່ານ Garbriel Attal ເນັ້ນໜັ້ກວ່າ ປາຣີ ແລະ ວໍຊິງຕັນ ຄວນຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ເຊິ່ງຖືກທຳລາຍຍ້ອນ ຄວາມບໍ່ລົງລອຍກັນ ທີ່ກ່ຽວຂອງເຖິງ AUKUS, ພ້ອມທັງໃຫ້ຂໍ້ສັງເຫດວ່າ ນີ້ຈະແມ່ນວິວັດການຍາວນານ ແລະ ຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ