ຝລັ່ງ ຈັບຕົວຜູ້ຖືກສົງໄສວ່າໄດ້ກໍ່ເຫດ ຍິງປຶນຕ່າງໆຢູ່ Toulouse

ຝລັ່ງ ຈັບຕົວຜູ້ຖືກສົງໄສວ່າໄດ້ກໍ່ເຫດ ຍິງປຶນຕ່າງໆຢູ່ Toulouse - ảnh 1
( ຕຳຫຼວດ​ຝລັ່ງ ​ຈັບ​ຕົວ​ຜູ້ຍິງ​ປຶ​ນ​ 3 ຄັ້ງ​ຢູ່ Toulouse )

( vovworld ) –  ວັນ​ທີ 21/3, ຕຳຫຼວດ​ຝລັ່ງ ​ໄດ້​ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ​ວ່າ​ໄດ້​ດຳ​ເນີນການ​ຍິງ​ປຶ​ນ​ 3 ຄັ້ງ​ຢູ່ Toulouse ​ໃນ​​ເວລາ​ກ່ວາ​​ໜື່ງອາທິດທີ່​ຜ່ານ​ມາ. ບຸກຄົນ​ນີ້​ແມ່ນ Mohamed Merah, ຖື​ສັນຊາດຝລັ່ງ​ ເຊື້ອ​ຊາດ Algerie ອາ​ຍຸ 24 ປີ. ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະກັບ​ຜູ້​ຕ່າງ​ໜ້າປະຊາ​ຄົມອິດສະ​ລາມ ​ແລະ ປະຊາ​ຄົມ​ຊາວ​ຢີວ ຢູ່ຝລັ່ງ​ ​ໃນ​ວັນ​ທີ 21/3, ທ່ານ​ປະທານາທິບ​ໍດີ​ຝລັ່ງ Nicolas Sarkozy ​ໄດ້​ຮຽກຮ້ອງ​​ໃຫ້​ມີຄວາມ​ສາມັກຄີ​ປະ​ເທດ​ຊາດ​ເພື່ອຫຼິກລ້ຽງ​ຄວາມ​ເຄັ່ງ​ຕຶງ​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະຊາ​ຄົມ. ​ໃນ​ຂະນະ​ນັ້ນ, ຜູ້ນຳ​ໜ້າ​ສະພາ​ອິດສະ​ລາມ ຢູ່​ຝລັ່ງ Richard Prasquier ຮຽກຮ້ອງ​ບໍ່​ຄວນ​ຖືອາດຊະຍາກອນ ກັບ ປະຊາຄົມທີ່ຖື​ສາສະໜາ​ອິດສະ​ລາມຢູ່ຝລັ່ງ ​ເປັນ​ພວກ​ດຽວ​ກັນ.

ຂ່າວ/ບົດ​ອື່ນ