ຝ​ລັ່ງ ຝຶກ​ຊ້ອມ​ຮັບ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ ກ່ອນ​​ທີ່​ງານ​ມະ​ຫາ​ກຳ​ກິ​ລາ Olympic 2024 ຖືກ​ຈັດ​ຂຶ້ນ

(VOVWORLD) -  ວັນທີ  26 ມີນາ, ຕຳຫຼວດແຫ່ງຊາດ ຝລັ່ງ ໄດ້ດຳເນີນການຝຶກຊ້ອມບຸກໂຈມຕີແບບສົມມຸດຖານ ເພື່ອກວດກາປະຕິກິລິຍາຕໍ່ການບຸກໂຈມຕີ “ກໍ່ການຮ້າຍ”, ເມື່ອນະຄອນຫຼວງ ມົດສະກູ ປາຣີ ກະກຽມຈັດງານມະຫາກຳກິລາ Olympic 2024 ໃນລະດູຮ້ອນປີນີ້. 
ຝ​ລັ່ງ ຝຶກ​ຊ້ອມ​ຮັບ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ ກ່ອນ​​ທີ່​ງານ​ມະ​ຫາ​ກຳ​ກິ​ລາ Olympic 2024 ຖືກ​ຈັດ​ຂຶ້ນ          - ảnh 1(ພາບປະກອບ: THX/TTXVN)

ການຝຶກຊ້ອມດັ່ງກ່າວມີການເຂົ້າຮ່ວມຂອງກົມກອງປະຕິບັດໜ້າທີ່ພິເສດຍອດຢ້ຽມ (RAID) ແລະ ບັນດາກົມກອງຕຳຫຼວດທີ່ເປັນກຳລັງຫຼວງ. ຈຸດປະສົງແມ່ນເພື່ອຍົກສູງຄວາມສາມາດສົມທົບລະຫວ່າງບັນດາກົມກອງ.

        ການບຸກໂຈມຕີຢູ່ໂຮງລະຄອນແຫ່ງໜຶ່ງຢູ່ນະຄອນຫຼວງ ມົດສະກູ (ລັດເຊຍ) ໃນອາທິດແລ້ວນີ້, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 139 ຄົນນັ້ນ ໄດ້ສ້າງຄວາມວິຕົກກັງວົນໃໝ່ກ່ຽວກັບຄວາມສະຫງົບປອດໄພໃຫ້ແກ່ງານມະຫາກຳກິລາ ປາຣີ 2024. ພາຍຫຼັງເກີດເຫດດັ່ງກ່າວ, ຝລັ່ງ ໄດ້ຍົກລະດັບແຈ້ງເຕືອນດ້ານຄວາມປອດໄພຂຶ້ນລະດັບສູງສຸດ. ທ່ານ Gerald Darmanin ລັດຖະມົນຕີກະຊວງພາຍໃນ ຝລັ່ງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຕຳຫຼວດ ແລະ ບັນດາກົມກົມສືບສອດແນມ ຍາມໃດກໍກຽມພ້ອມຕໍ່ທຸກຄວາມສ່ຽງດ້ານຄວາມໝັ້ນຄົງ. ສະມາຊິກ 200 ຄົນຂອງກົມກອງຍອດຢ້ຽມ RAID ຈະຖືກລະດົມກຳລັງທຸກມື້, ໃນນັ້ນ ມີສະມາຊິກ 100 ຄົນ ຮັບໃຊ້ພິທີໄຂງານມະຫາກຳກິລາ Olympic 2024 ໃນແມ່ນ້ຳ Seine ໃນວັນທີ 26 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ