ຝ​ລັ່ງ ​ພ້ອມ​ແລ້ວ​ທີ່​ຈະ​ໂຕ​້​ຕອບ​ການ​ນາບ​ຂູ່​ຈັດ​ວາງອັດ​ຕາ​ພາ​ສີງ​ຂອງ ອາ​ເມ​ລິ​ກາ ຢູ່ WTO

(VOVWORLD) - ວັນທີ 8 ທັນວາ, ທ່ານ Le Maire ລັດຖະມົນຕີກະຊວງການເງິນ ຝລັ່ງ ໃຫ້ຮູ້ວ່າ ປະເທດມີພ້ອມແລ້ວທີ່ຈະຮັບມືກັບການນາບຂູ່ຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາວ່າ ຈະຈັດວາງອັດຕາພາສີສຳລັບເຫຼົ້າ Champange ແລະ ສິນຄ້າປະເພດຕ່າງໆຂອງ ຝລັ່ງ ຢູ່ອົງການການຄ້າໂລກ (WTO) ໃນການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງແຜນການຝລັ່ງຈັດວາງອັດຕາພາສີຕໍ່ໄປບັນດາບໍລິສັດເຕັກໂນໂລຢີ
ຝ​ລັ່ງ ​ພ້ອມ​ແລ້ວ​ທີ່​ຈະ​ໂຕ​້​ຕອບ​ການ​ນາບ​ຂູ່​ຈັດ​ວາງອັດ​ຕາ​ພາ​ສີງ​ຂອງ ອາ​ເມ​ລິ​ກາ ຢູ່ WTO - ảnh 1ທ່ານ Le Maire ລັດຖະມົນຕີກະຊວງການເງິນ ຝລັ່ງ (ພາບ: AFP/TTXVN) 

ກ່າວຄຳເຫັນຜ່ານຊ່ອງໂທລະພາບ France 3, ທ່ານ ລັດຖະມົນຕີ Le Maire ຢັ້ງຢືນວ່າ ແຜນການນີ້ຈະບໍ່ມີລັກສະນະ “ຈຳແນກການປະພຶດ” ພ້ອມທັງໃຫ້ຮູ້ວ່າ ຝລັ່ງພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບພາສີດີຈີຕອນກັບ ອາເມລິກາ ຢູ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD).

        ກ່ອນໜ້ານັ້ນ, ວັນທີ 2 ທັນວາ, ລັດຖະບານ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະຈັດວາງອັດຕາພາສີ ຂຶ້ນເຖິງ 100% ສຳລັບປະລິມານສິນຄ້າທີ່ມີມູນຄ່າ 2,4 ຕື້ USD ຂອງ ຝລັ່ງ ເພື່ອໂຕ້ຕອບເລື່ອງ ຝລັ່ງ ວາງອອກຂໍ້ຕົກລົງເກັບພາສີການບໍລິການ ດີຈີຕອນ 3% ຂອງລາຍຮັບສຳລັບບັນດາບໍລິສັດເຕັກໂນໂລຢີທີ່ມີລາຍຮັບກວ່າ 27.86 ລ້ານ USD ຢູ່ຕະຫຼາດຝລັ່ງ ແລະ 750 ລ້ານ USD ເມື່ອທົ່ວໂລກໃນເດືອນ ກໍລະກົດທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ