ຝລັ່ງ, ສະວິດ ສົ່ງ ສານຂອງ ອາເມລິກາ ກ່ຽວກັບການເຈລະຈາ ນິວເຄຼຍ ໃຫ້ ອີຣານ

(VOVWORLD) - ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ສະແດງຄວາມເອົາໃຈໃສ່ເຖິງເລື່ອງສືບຕໍ່ດຳເນີນການເຈລະຈາຄັ້ງຕ່າງໆກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ຖ້າຫາກວ່າ ອີຣານ ຈັດວາງບາງວິທີການໃດໜຶ່ງ...
ຝລັ່ງ, ສະວິດ ສົ່ງ ສານຂອງ ອາເມລິກາ ກ່ຽວກັບການເຈລະຈາ ນິວເຄຼຍ ໃຫ້ ອີຣານ - ảnh 1ຮາກຖານນິວເຄຼຍ Natanz ຂອງອີຣານ (ພາບ: AFP/TTXVN)

ວັນທີ 25 ກັນຍາ, ສຳນັກຂ່າວສານທາງການ Fars ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າສະມາຊິກສະພາແຫ່ງຊາດຂັ້ນສູງຂອງປະເທດນີ້ວ່າ: ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ສະວິດ Ignazio Cassis ໄດ້ສົ່ງສານ ຂອງ ອາເມລິກາ ໃຫ້ທ່ານປະທານາທິບໍດີ ອີຣານ Ebrahim Raisi ກ່ຽວກັບການເຊື່ອມຕໍ່ການເຈລະຈານິວເຄຼຍ ແລະ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫານີ້.

        ທ່ານ Vahid Jalalzadeh, ປະທານກຳມາທິການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງສະພາແຫ່ງຊາດອີຣານ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ສະແດງຄວາມເອົາໃຈໃສ່ເຖິງເລື່ອງສືບຕໍ່ດຳເນີນການເຈລະຈາຄັ້ງຕ່າງໆກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015, ພ້ອມທັງໃຫ້ຮູ້ຕື່ມອີກວ່າ ຖ້າຫາກວ່າ ອີຣານ ຈັດວາງບາງວິທີການໃດໜຶ່ງ, ເອີລົບ ອາດຈະເກ້ຍກ່ອມໃຫ້ ອາເມລິກາ ຟື້ນຟູຂໍ້ຕົກລົງນິວເຄຼຍ. ທ່ານປະທານາທິບໍດີ ສະວິດ ກໍ່ສົ່ງສານຈາກ ອາເມລິກາ ໃນນັ້ນມີຄຳຮຽກຮ້ອງຂອງ ອາເມລິກາ ກ່ຽວກັບການພົບປະສອງຝ່າຍແບບເຊິ່ງໜ້າກັບ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ