ຝລັ່ງ ສຳເລັດເລື່ອງຖອນທະຫານອອກຈາກ ມາລີ

(VOVWORLD) -ເຖິງວ່າຖອນອອກຈາກ ມາລີ, ຝລັ່ງ ແລະ ບັນດາປະເທດຄູ່ຮ່ວມມືພັດທະມິດຍັງຮັກສາຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງຢູ່ເຂດ Sahel, ເຂດອ່າວ Guinee ແລະ ເຂດໜອງ Tchad.
ຝລັ່ງ ສຳເລັດເລື່ອງຖອນທະຫານອອກຈາກ ມາລີ - ảnh 1 ປະຈຸບັນນາຍທະຫາຍຄົນສຸດທ້າຍທີ່ເຂົ້າຮ່ວມບັ້ນຮົບ Barkhane ຢູ່ ມາລີ ໄດ້ຖອນຕົວອອກ
(ພາບ: Le Monde)

ວັນທີ 15 ສິງຫາ, ຝລັ່ງ ຖະແຫຼງວ່າ ປະຈຸບັນນາຍທະຫາຍຄົນສຸດທ້າຍທີ່ເຂົ້າຮ່ວມບັ້ນຮົບ Barkhane ຢູ່ ມາລີ ໄດ້ຖອນຕົວອອກພາຍຫຼັງເຂົ້າຮ່ວມການສູ້ຮົບເປັນເວລາເກືອບ 10 ປີ ເພື່ອແນໃສ່ຍູ້ຖອຍບັນດາກຳລັງລູກຮື້ຂຶ້ນອິດສະລາມຫົວຮຸນແຮງຢູ່ປະເທດອາຟະລິກາຕາເວັນຕົກ ນີ້. ໃນແຈ້ງການທີ່ໄດ້ຍົກອອກມາ, ກົມເສນາທິການໃຫຍ່ກອງທັບ ຝລັ່ງ ໃຫ້ຮູ້ວ່າ, ກອງທັບ ຝລັ່ງ ໄດ້ສຳເລັດການມອບສົ່ງຖານທີ່ໝັ້ນດ້ານການທະຫານຢູ່ Gao ໃຫ້ແກ່ກອງທັບ ມາລີ ບໍລິຫານ.

        ໃນວັນດຽວກັນ, ທຳນຽບປະທານາທິບໍດີ ຝລັ່ງ ກໍ່ອອກແຈ້ງການຢືນຢັນວ່າ ເຖິງວ່າຖອນອອກຈາກ ມາລີ, ຝລັ່ງ ແລະ ບັນດາປະເທດຄູ່ຮ່ວມມືພັດທະມິດຍັງຮັກສາຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງຢູ່ເຂດ Sahel, ເຂດອ່າວ Guinee ແລະ ເຂດໜອງ Tchad.

ຕອບກັບ

ຂ່າວ/ບົດ​ອື່ນ