ຝ​ລັ່ງ - ສ.ເກົາຫຼີ ຊຸ​ກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ

(VOVWORLD) -   ວັນທີ 24 ພະຈິກ, ທ່ານປະທານາທິບໍດີ ສ.ເກົາຫຼີ, Yoon Suk Yeol, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ແລະ ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron.

ຕາມຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ແລ້ວ, ໃນການພົບປະເຈລະຈາຢູ່ທຳນຽບປະທານາທິບໍດີ ຝລັ່ງ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ ແລະ ໂລກ. ຝ່າຍ ສ.ເກົາຫຼີ ຕີລາຄາການພົບປະຂັ້ນສຸດນີ້ວ່າ ແມ່ນໂອກາດເພື່ອໃຫ້ ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນທົ່ວໂລກກັບ ຝລັ່ງ - ປະເທດກຳມະການຖາວອນ ສະພາຄວາມໝັ້ນຄົງ ສປຊ, ກ່ອນທີ່ ສ.ເກົາຫຼີ ຮັບດຳລົງບົດບາດເປັນກຳມະການບໍ່ຖາວອນໃນປີໜ້າ.

        ກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການໃຫ້ບຸລິມະສິດພັດທະນາ ໝໍ້ໄຟ ແລະ ພະລັງງານທົດແທນ, ພ້ອມທັງເຫັນດີກ່ຽວກັບຄວາມຈຳເປັນຕ້ອງຮ່ວມມືກັນໃນບັນດາຂົງເຂດຄື: ພະລັງງານນິວເຄຼຍ, ການ startup ແລະ ທາດເຄິ່ງຊັກນຳ.

ຕອບກັບ

ຂ່າວ/ບົດ​ອື່ນ