ຝລັ່ງ, ອາເມລິກາ ມານະພະຍາຍາມປົວແປງການພົວພັນ 2 ຝ່າຍ

(VOVWORLD) -ວັງ Elysee ຕີລາຄາວ່າ ການຢ້ຽມຢາມ ປາຣີ ຂອງທ່ານ Bliken ຈະ “ປະກອບສ່ວນເຂົ້າໃນການຟື້ນຟູຄວາມໄວ້ເນື້ອເຊື່ອໃຈ”.
ຝລັ່ງ, ອາເມລິກາ ມານະພະຍາຍາມປົວແປງການພົວພັນ 2 ຝ່າຍ - ảnh 1ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Anthony Bliken
(ພາບ: GettyImages)

ວັນທີ 05 ຕຸລາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ມີການແລກປ່ຽນກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Anthony Bliken ທີ່ພວມຢ້ຽມຢາມນະຄອນຫຼວງ ປາຣີ, ປະເທດ ຝລັ່ງ. ນີ້ແມ່ນການໄປປະຕິບັດງານຄັ້ງທຳອິດຂອງການນຳຂັ້ນສູງ ອາເມລິກາ ຢູ່ ຝລັ່ງ ນັບແຕ່ 2 ປະເທດນີ້ມີການພົວພັນເປັນພັນທະມິດກັນມາແຕ່ດົນນານ ຖືກຕົກເຂົ້າສູ່ສະພາບວິກິດການຍ້ອນການຖົກຖຽງກັນກ່ຽວຂ້ອງເຖິງສັນຍາຊື້ກ່ຳປັ່ນດຳນ້ຳຖືກຍົກເລີກລະຫວ່າງ ຝລັ່ງ ແລະ ອົດສະຕາລີ ເຊິ່ງ ອາເມລິກາ ມີສ່ວນກ່ຽວຂ້ອງ. ວັງ Elysee ຕີລາຄາວ່າ ການຢ້ຽມຢາມ ປາຣີ ຂອງທ່ານ Bliken ຈະ “ປະກອບສ່ວນເຂົ້າໃນການຟື້ນຟູຄວາມໄວ້ເນື້ອເຊື່ອໃຈ”.

        ໃນໄລຍະຢ້ຽມຢາມ ຝລັ່ງ, ທ່ານລັດຖະມົນຕີການຕ່າງປະເທດ Bliken ກໍ່ຈະພົບປະກັບບັນດາເຈົ້າໜ້າທີ່ ຝລັ່ງ ເພື່ອປຶກສາຫາລືກ່ຽວກັບວິທີການທີ່ແນໃສ່ຟື້ນຟູການພົວພັນ ພາຍຫຼັງເກີດຄວາມເຄັ່ງຕຶງກ່ຽວຂ້ອງເຖິງຂໍ້ຕົກລົງກ່ຳປັ່ນດຳນ້ຳ ເຊິ່ງເຮັດໃຫ້ຝຝລັ່ງ ຮຽກຕົວທ່ານເອກອັກຄະລັດຖະທູດປະຈຳ ວໍຊິງຕັນ ກັບຄືນປະເທດ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບແຜນການຈັດຕັ້ງການພົບປະລະຫວ່າງທ່ານປະທານາທິບໍດີ Emmanuel Macron ແລະ ຄູ່ຕຳແໜ່ງ ອາເມລິກາ Joe Biden ໃນເດືອນ ຕຸລາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ