ຝລັ່ງ - ອາ​ເມ​ລິ​ກາ ​​ເຊື່ອໝັ້ນ​​ວ່າ​ຈະ​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ດ້ານ​ການ​ຄ້າ​​ໃຫ້​ໄດ​​້

(VOVWORLD) -  ວັນທີ 3 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ “ຂໍ້ຂັດແຍ່ງເລັກໆນ້ອຍໆ” ກັບ ຝລັ່ງ ໃນບັນຫາການຄ້າ ຈະໄດ້ຮັບການແກ້ໄຂພາຍຫຼັງ ອາເມລິກາ ນາບຂູ່ຈັດວາງອັດຕາພາສີ 100% ກັບ ບັນດາປະເພດສິນຄ້າທີ່ນໍາເຂົ້າຈາກ ຝລັ່ງ.

        ໃນກອງປະຊຸມກັບການນໍາບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ອັງກິດ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕໍາແໜ່່ງ ຝລັ່ງ Emmanuel Macron ຈະປຶກສາຫາລືກ່ຽວກັບຫຼາຍບັນຫາໃນນັ້ນ ມີ NATO ກໍຄືໃນບັນຫາການຄ້າ. ທ່ານ Donald Trump ຖືວ່າ ສອງຝ່າຍມີຂໍ້ຂັດແຍ່ງເລັກໆນ້ອຍໆ” ກ່ຽວກັບການຄ້າ ແຕ່ສາມາດແກ້ໄຂໄດ້. ທ່ານ Donald Trump ກ່າວຢ່າງແນວແນ່ວ່າ ບັນຫາດັ່ງກ່າວຈະດີຂຶ້ນ ໃນເວລາອັນສັ້ນໆ ແລະ ສຸດທ້າຍສອງຝ່າຍຈະໄດ້ຮັບການແກ້ໄຂຄືປົກກະຕິ.

        ສ່ວນທ່ານ Emmanuel Macron ເຊື່ອໝັ້ນວ່າ ອາດຈະປຶກສາຫລືກັບຄູ່ຕໍາແໜ່ງ ອາເມລິກາ ກ່ຽວກັບບັນຫານີ້. ເຖິງຢ່າງໃດກໍຕາມ, ທ່ານເນັ້ນໜັກວ່າ ຈະຕັດສິນໃຈປົກປ້ອງສິດຜົນປະໂຫຍດຂອງຝລັ່ງ ແລະ ສະຫະພາບເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ