ຝລັ່ງ ຮຽກຮ້ອງໃຫ້ເອີລົບ ມີປະຕິກິິລິຍາ “ໂດຍດ່ວນ” ຕໍ່ການກໍ່ການຮ້າຍ

(VOVWORLD) -ປະຕິກິລິຍາຕ້ອງສຸມໃສ່ເຂົ້າໃນ “ການພັດທະນາຖານຂໍ້ມູນລວມ, ແລກປ່ຽນຂໍ້ມູນຂ່າວສານ ຫຼື ເພີ່ມທະວີບັນດານະໂຍບາຍກ່ຽວກັບອາດຊະຍາກຳ”.

ຝລັ່ງ ຮຽກຮ້ອງໃຫ້ເອີລົບ ມີປະຕິກິິລິຍາ “ໂດຍດ່ວນ” ຕໍ່ການກໍ່ການຮ້າຍ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: Reuters)

ວັນທີ 10 ພະຈິກ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ມີປະຕິກິລິຍາ “ໂດຍດ່ວນ ແລະ ສົມທົບກັນ” ສຳລັບບັນດາເຫດການບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ທະວີບນີ້ໃນຊຸມປີມໍ່ໆມານີ້. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງກອງປະຊຸມທາງອອນລາຍກັບບັນດາການນຳອີຢູ, ທ່ານ Macron ເນັ້ນໜັກວ່າ ປະຕິກິລິຍາຕ້ອງສຸມໃສ່ເຂົ້າໃນ “ການພັດທະນາຖານຂໍ້ມູນລວມ, ແລກປ່ຽນຂໍ້ມູນຂ່າວສານ ຫຼື ເພີ່ມທະວີບັນດານະໂຍບາຍກ່ຽວກັບອາດຊະຍາກຳ”.

        ກອງປະຊຸມທາງອອນລາຍນີ້ຖືກດຳເນີນພາຍຫຼັງ 1 ອາທິດທີ່ເກີດເຫດມີເປົ້າໝາຍຄົນໜຶ່ງສະໜັບສະໜູນອົງການ IS ໄດ້ຍິງປືນຢູ່ເຂດໃຈກາງນະຄອນຫຼວງວຽນ ຂອງປະເທດໂອຕາລິດ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ເຫດບຸກໂຈມຕີແນໃສ່ໂບດ Nice (ຝລັ່ງ) ເມື່ອເດືອນຜ່ານມາ ແລະ ຕັດຄໍເຫດສັງຫານອ້າຍຄູຄົນໜຶ່ງຢູ່ຊານນະຄອນຫຼວງປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ