ຝລັ່ງ, ເຢຍລະມັນ, ອັງກິດ ປະຕິເສດບັນດາຄຳຮຽກທວງສິດຂອງຈີນ ຢູ່ທະເລຕາເວັນອອກ

(VOVWORLD) -3 ປະເທດເອີລົບ ດ້ວຍຊື່ເອີ້ນແມ່ນ E3 ລວມມີ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ພ້ອມກັນສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດຄັດຄ້ານບັນດາຄຳຮຽກທວງສິດຂອງຈີນ ຢູ່ທະເລຕາເວັນອອກ

ຝລັ່ງ, ເຢຍລະມັນ, ອັງກິດ ປະຕິເສດບັນດາຄຳຮຽກທວງສິດຂອງຈີນ ຢູ່ທະເລຕາເວັນອອກ - ảnh 1  ຝລັ່ງ, ອັງກິດ ແລະ ເຢຍລະມັນ ປະຕິເສດຄວາມມານະພະຍາຍາມຂອງຈີນ

ແນໃສ່ຢຶດຄອງທະເລຕາເວັນອອກເກືອບທັງໝົດເປັນສິດຜູກຂາດແຕ່ຜູ້ດຽວ

(ພາບ: Gettty)

ວັນທີ 16 ກັນຍາ, 3 ປະເທດເອີລົບ ດ້ວຍຊື່ເອີ້ນແມ່ນ E3 ລວມມີ ອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ພ້ອມກັນສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດຄັດຄ້ານບັນດາຄຳຮຽກທວງສິດຂອງຈີນ ຢູ່ທະເລຕາເວັນອອກ, ກໍຄືເນັ້ນໜັກເຖິງເລື່ອງຕ້ອງເຄົາລົບກົດໝາຍຢູ່ທະເລຕາເວັນອອກ. ຖັດຈາກອາເມລິກາ ແລະ ອົດສະຕາລີ, ນີ້ແມ່ນ 3 ປະເທດຫຼ້າສຸດທີ່ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ຄັດຄ້ານບັນດາຄຳຮຽກທວງສິດຂອງຈີນ ຢູ່ທະເລຕາເວັນອອກ.

          ລະອຽດແມ່ນ, ໃນບັນດາຈົດໝາຍທາງການທີ່ໄດ້ສົ່ງເຖິງສະຫະປະຊາຊາດ, ບັນດາປະເທດເຫຼົ່ານີ້ໄດ້ເນັ້ນໜັກວ່າ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ໄດ້ວາງອອກ “ກອບນິຕິກຳໃຫ້ທຸກການເຄື່ອນໄຫວໃນການເດີນເຮືອ ແລະ ມະຫາສະມຸດ”, ພ້ອມທັງຖືວ່າ, ລັກສະນະຮອບດ້ານຂອງ UNCLOS ຄວນໄດ້ຮັບການຮັກສາ. 3 ປະເທດກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສຳຜັດກັບເສັ້ນທາງທະເລຍຸດທະສາດຢູ່ທະເລຕາເວັນອອກ ຢ່າງເປີດເຜີຍ ແລະ ບໍ່ຖືກກີດຂວາງ. ຝລັ່ງ, ອັງກິດ ແລະ ເຢຍລະມັນ ປະຕິເສດຄວາມມານະພະຍາຍາມຂອງຈີນ ເພື່ອແນໃສ່ຢຶດຄອງທະເລຕາເວັນອອກເກືອບທັງໝົດເປັນສິດຜູກຂາດແຕ່ຜູ້ດຽວ ໂດຍຜ່ານບັນດາຄຳຖະແຫຼງຜິດກົດໝາຍກ່ຽວກັບເສັ້ນພື້ນຖານ ແລະ ເຂດນ້ຳພາຍໃນລະຫວ່າງເກາະຕ່າງໆ. ບັນດາປະເທດເຫຼົ່ານີ້ຖືວ່າ “ບັນດາການກະທຳຖົມດິນເປັນເກາະ ຫຼື ບັນດາຮູບການຫັນປ່ຽນກໍ່ສ້າງອື່ນບໍ່ສາມາດປ່ຽນແປງການແບ່ງກຳນົດຢູ່ໃນ UNCLOS ໄດ້”.

          ໂດຍຄັດສະເໜີຄຳຕັດສິນຂອງສານກຳມະການສາກົນເມື່ອວັນທີ 12 ກໍລະກົດ 2016, ຝລັ່ງ, ອັງກິດ ແລະ ເຢຍລະມັນ ກໍ່ປະຕິເສດສິດປະຫວັດສາດຂອງຈີນ ສຳລັບທະເລຕາເວັນອອກ ຍ້ອນສິ່ງດັ່ງກ່າວບໍ່ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ