ຝ​ລັ່ງ ແລະ QUAD ຊ້ອມ​ຮົບ​ຮ່ວມ​, ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ສ້າງ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ

(VOVWORLD) -ການຊ້ອມຮົບຄັ້ງນີ້ ໄດ້ຮັບການຕີລາຄາວ່າ ແມ່ນໂອກາດເພື່ອໃຫ້ 5 ປະເທດທີ່ມີແນວໂນ້ມອັນດຽວກັນ ແລະ ກຳລັງທະຫານປ້ອງກັນທະເລທີ່ທັນສະໄໝນີ້ ເພີ່ມທະວີການຮ່ວມມື, ຊຸກຍູ້ການສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.
ຝ​ລັ່ງ ແລະ QUAD ຊ້ອມ​ຮົບ​ຮ່ວມ​, ຮ່ວມ​ມື​ກັນ​ຊຸກ​ຍູ້​ການ​ສ້າງ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ - ảnh 1ການຊ້ອມຮົບ La Perouse ຢູ່ ມະຫາສະໝຸດອິນເດຍ (ພາບ: KT)

    ວັນທີ 5 ເມສາ, ຝລັ່ງ ໄດ້ນຳໜ້າການຊ້ອມຮົບທີ່ມີຊື່ວ່າ La Perouse  ເຊິ່ງຈະແກ່ຍາວໃນເວລາ 3 ວັນ ຢູ່ ອ່າວ Bengal ຢູ່ ມະຫາສະໝຸດອິນເດຍ, ໂດຍມີການເຂົ້າຮ່ວມຂອງກຸ່ມ 4 ປະເທດ ລວມມີ ອິນເດຍ, ອົດສະຕາລີ, ຍີ່ປຸ່ນ ແລະ ອາເມລິກາ. ການຊ້ອມຮົບຄັ້ງນີ້ ໄດ້ຮັບການຕີລາຄາວ່າ ແມ່ນໂອກາດເພື່ອໃຫ້ 5 ປະເທດທີ່ມີແນວໂນ້ມອັນດຽວກັນ ແລະ ກຳລັງທະຫານປ້ອງກັນທະເລທີ່ທັນສະໄໝນີ້ ເພີ່ມທະວີການຮ່ວມມື, ຊຸກຍູ້ການສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.

        ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ອິນເດຍ Emmanuel Lenain ເນັ້ນໜັກວ່າ, ການຊ້ອມຮົບຄັ້ງນີ້ ແມ່ນຫຼັກຖານລະອຽດພິສູດໃຫ້ເຫັນລັດທິຫຼາຍຝ່າຍຢູ່ທະເລ ແລະ ຄຳໝັ້ນສັນຍາຂອງ ຝລັ່ງ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ.

        ທ່ານວ່າທີ່ພົນເຮືອ Jacques Fayard, ຜູ້ບັນຊາການກຳລັງທະຫານປະສົມ ຝລັ່ງ ປະຈຳ ມະຫາສະໝຸດອິນເດຍ ກໍຢັ້ງຢືນວ່າ: “ປະເທດ ຝລັ່ງ ແມ່ນສ່ວນໜຶ່ງຂອງ ມະຫາສະໝຸດອິນເດຍ ແລະ ການມີໜ້າຂອງພວກຂ້າພະເຈົ້າ ແມ່ນແນໃສ່ສ້າງຄວາມດຸ່ນດ່ຽງດ້ານສິດອຳນາດ, ຮັບປະກັນວ່າ ກົດໝາຍສາກົນທັງໝົດທີ່ກ່ຽວຂ້ອງເຖິງທະເລ, ສິດເສລີໃນການເດີນເຮືອ ແລະ ຫຼາຍຝ່າຍ ຕ້ອງໄດ້ຮັບການປະຕິບັດຢ່າງເຂັ້ມງວດໃນພາກພື້ນນີ້./.


ຕອບກັບ

ຂ່າວ/ບົດ​ອື່ນ