ຝລັ່ງ ແລະ ມົງໂກລີ ຊຸກຍູ້ການຮ່ວມມືດ້ານພະລັງງານ

(VOVWORLD) - ຜູ້ນຳ ຝລັ່ງ ປາດຖະໜາວ່າ ລັດຖະບານ ມົງໂກລີ ສະໜັບສະໜູນການອອກຽງສືອະນຸຍາດການເຄື່ອນໄຫວໃຫ້ແກ່ກຸ່ມບໍລິສັດ ພະລັງງານນິວເຄຼຍ...
ຝລັ່ງ ແລະ ມົງໂກລີ ຊຸກຍູ້ການຮ່ວມມືດ້ານພະລັງງານ - ảnh 1ການຕ້ອນຮັບທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ຢູ່ສະໜາມບິນ
(ພາບ:Le Monde)

ວັນທີ 21 ພຶດສະພາ, ທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ ໄດ້ໄປຢ້ຽມຢາມມົງໂກລີ ເປັນເວລາອັນສັ້ນໆ ພຽງ 2 – 3 ຊົ່ວໂມງ. ທ່ານ Emmanuel Macron ກາຍເປັນປະທານາທິບໍດີ ຝລັ່ງ ຄົນທຳອິດທີ່ໄປຢ້ຽມຢາມປະເທດ ມົງໂກລີ ພາຍຫຼັງສິ້ນສຸດການເຂົ້າຮ່ວມໂຄງການດຳເນີນງານທີ່ກອງປະຊຸມສຸດຍອດ ບັນດາປະເທດອຸດສາຫະກຳພັດທະນາ G7 ຢູ່ຍີ່ປຸ່ນ.

        ທີ່ກອງປະຊຸມກັບຄູ່ຕຳແໜ່ງ ມົງໂກລີ ທ່ານ Ukhnaa Khurelsukh, ທ່ານປະທານາທິບໍດີ Emmanuel Macron ໄດ້ເນັ້ນໜັກການບຸລິມະສິດເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບ ມົງໂກລີ, ພິເສດແມ່ນໃນຂົງເຂດພະລັງງານ. ຜູ້ນຳ ຝລັ່ງ ປາດຖະໜາວ່າ ລັດຖະບານ ມົງໂກລີ ສະໜັບສະໜູນການອອກຽງສືອະນຸຍາດການເຄື່ອນໄຫວໃຫ້ແກ່ກຸ່ມບໍລິສັດ ພະລັງງານນິວເຄຼຍຂອງ ຝລັ່ງ Orano ປະຕິບັດໂຄງການຂຸດຄົ້ນ uranium ດ້ວຍຂອບຂະໜາດໃຫຍ່ ຢູ່ທະເລຊາຍ Gobi ຂອງ ມົງໂກລີ ຕາມຍຸດທະສາດຫັນແຫຼ່ງສະໜອງພະລັງງານ ເປັນຫຼາຍຮູບຫຼາຍແບບ ແລະ ຮັບປະກັນອະທິປະໄຕດ້ານພະລັງງານຂອງ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ