ຝລັ່ງ:ການແຫ່ຂະບວນປະທ້ວງຂອງຝ່າຍ “ເສື້ອເຫລືອງ”ໄດ້ກາຍເປັນການຈະລາຈົນມີກວ່າ 100 ຄົນຖືກຈັບຕົວຢູ່ ປາຣີ

(VOVWORLD) - ຕຳຫລວດຝລັ່ງໄດ້ຈັບຕົວຜູ້ແຫ່ຂະບວນປະທ້ວງກວ່າ 100 ຄົນທີ່ຂຶ້ນກັບກຳລັງ “ເສື້ອເຫລືອງ” ຢູ່ ນະຄອນຫລວງ ປາຣີ ໃນວັນທີ 20 ເມສາ ເມື່ອມີຜູ້ແຫ່ຂະບວນ ນັບພັນໆຄົນລົງຖະຫນົນ ປະທ້ວງ ໃນສັບປະດາທີ 23 ຢ່າງລຽນຕິດເພື່ອຄັດຄ້ານ ລັດຖະບານ.

ຝລັ່ງ:ການແຫ່ຂະບວນປະທ້ວງຂອງຝ່າຍ “ເສື້ອເຫລືອງ”ໄດ້ກາຍເປັນການຈະລາຈົນມີກວ່າ 100 ຄົນຖືກຈັບຕົວຢູ່ ປາຣີ - ảnh 1ຕຳຫລວດສະກັດກັ້ນຜູ້ແຫ່ຂະບວນປະທ້ວງ 

ພາບ:AFP/TTXVN

ການປະທະກັນໄດ້ເກີດຂຶ້ນລະຫວ່າງບັນດາຜູ້ແຫ່ຂະບວນກັບຕຳຫລວງ ປາຣີ.

ນະຄອນຫລວງ ປາຣີ ຖືກຈັດໃນສະພາວະເຕືອນໄພສູງສຸດ ພາຍຫລັງ ທ່ານ Christophe Castaner ລັດຖະມົນຕີກະຊວງພາຍໃນ ຝລັ່ງ ຖືວ່າ: ບັນດາຜູ້ແຫ່ຂະບວນປະທ້ວງພວມມີກົນອຸບາຍກໍ່ກະແສຟອງໃຊ້ຄວາມຮຸນແຮງຄັ້ງໃຫມ່ຢູ່ບັນດານະຄອນຄື: Pari, Toulouse, Montpellier ແລະ Bordeaux.

ຕອບກັບ

ຂ່າວ/ບົດ​ອື່ນ