ຝລັ່ງຈຳໜ່າຍຊຸດສະແຕມໃໝ່ມີຮູບພາບຫວຽດນາມ

ຝລັ່ງຈຳໜ່າຍຊຸດສະແຕມໃໝ່ມີຮູບພາບຫວຽດນາມ - ảnh 1
(ພາບ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/02, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງ, ສະຖານທູດ​ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​ສົມທົບ​ກັບ​ອົງການ​​ໄປ​ສະ​ນີຝລັ່ງ ຈັດ​ຕັ້ງ​ພິທີ​ປະກາດ​ 3 ​ສະ​ແຕມ​​ໃໝ່ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ. 3 ສະ​ແຕມ​ໃໝ່​​ມີຮູບ​ພາບທີ່​ເປັນ​ເອກະລັກ​ຕິດ​ພັນກັນ 3 ພາກ​ຂອງ​ຫວຽດນາມ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນສະຖາປັດ​ຍະ​ຍາ​ກຳ​ຂອງຝລັ່ງ. ນັ້ນ​ແມ່ນ ພາບ​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ຂົວ ​ເຈື່ອງ​ຕ່ຽນ ​ແລະ ​ແມ່​ນ້ຳ​ເຮືອງ (​ເຫ້ວ) ​ແລະ ຮູບ​ພາບທ່າ​ກໍ່າ​ປັນ ຍາ​ຮົ່ງ (ນະຄອນ​ໂຮ່ຈິ​ມິນ). ຊຸດ​ສະ​ແຕມ​ໄດ້​ພິມ​ດ້ວຍ 2 ພາສາ​ຝລັ່ງ ​ແລະ ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ຝລັ່ງ ຫງວຽນ​ງອກ​ເຊີນ ​ເນັ້ນ​ໜັກ​ວ່າ.

        “ຊຸດ​ສະ​ແຕມ​ໃໝ່​ນີ້, ດ້ວຍ​ຄຸນ​ຄ່າ​ສິລະ​ປະ ​ແລະ ປະຫວັດສາດ​ຂອງ​ມັນ, ຈະ​ພິສຸດ​ໃຫ້​ເຫັນ​ການ​ພົວພັນ​ອັນສະໜິດ​ແໜ້ນ​ ​ແລະ ດີງາມລະຫວ່າງ​ຫວຽ​ດນາມ ​ແລະ ຝລັ່ງ ​ໃນ​ໜຶ່ງສະຕະ​ວັດ​ຜ່ານ​ມາ.”

ຂ່າວ/ບົດ​ອື່ນ