ຝລັ່ງຊອກຮູ້ໄດ້ລາຍຊື່ມືປືນບຸກໂຈມຕີສຳນັກງານວາລະສານCharile Hebdob

ຝລັ່ງຊອກຮູ້ໄດ້ລາຍຊື່ມືປືນບຸກໂຈມຕີສຳນັກງານວາລະສານCharile Hebdob - ảnh 1
​ເຫດ​ບຸກ​ໂຈມ​ຕີ​ສຳ​ນັກ​ງານ​ວາ​ລະ​ສານ Hebdobເຮັດ​ໃຫ້ 12 ຄົນ​ເສຍ​ຊີ​ວິດ
ພາບ:internet

(vovworld)- ຕຳ​ຫລວ​ດ ຝ​ລັ່ງ ຊອກ​ຮູ້​ໄດ້​ລາຍ​ຊື່​ມື​ປືນ 3 ຄົນ​ໃນ​ເຫດ​ບຸກ​ໂຈມ​ຕີ​ສຳ​ນັກ​ງານ​ວາ​ລະ​ສານ Hebdob ເມື່ອ​ວັນ​ທີ 7/1 ຊື່ງ​ເຮັດ​ໃຫ້ 12 ຄົນ​ເສຍ​ຊີ​ວິດ. ໃນ​ຈຳ​ນວນ 3 ຄົນ​ເຫຼົ່າ​ນັ້ນ, ມີ 2 ຄົນ​ເປັນ​ອ້າຍ​ນ້ອງ​ກັນ, ນັ້ນ​ແມ່ນ Said Kouachi ແລະ Cherif Kouachi ຖືສັນ​ຊາດ ຝລັ່ງ. ບັນ​ດາ​ມື​ປືນ​ດັ່ງ​ກ່າວ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຄືອ​ຂ່າຍກໍ່​ການ​ຮ້າຍ Yemen. ສຳ​ເນົາ​ເອ​ກະ​ສານ​ຂອງ​ຕຳ​ຫລວດ ຝ​ລັ່ງ ໃຫ້​ເຫັນ​ວ່າ: ປີ 2008, Cherif Kouachi ຖືກ​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ 18 ເດືອນ ຍ້ອນ​ໂທດ​ກຳ​ກ່ຽວ​ຂ້ອງ​ເຖິງ​ການ​ຫນູນ​ຊ່ວຍກໍ່​ການ​ຮ້າຍ. ເວ​ລາ 5 ໂມງ​ເຊົ້າ​ຂອງວັນ​ທີ 8/1 ຕ​າມ​ເວ​ລາ​ຫວຽດ​ນາມ, ມື​ປື​ນ Hamyd Mourad ອາ​ຍຸ 18 ປີ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ​ມື​ປືນ 3 ຄົນ​ດັ່ງ​ກ່າວ​ໄດ້​ມາ​ມອບ​ຕົວ​ໃຫ້​ຕຳ​ຫລວດ. ກ່ອນ​ຫນ້ານັ້ນ, ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ໃນ​ຕ​ອນ​ຄ່ຳ​ວັນ​ທີ 7/1, ທ່ານ​ປະ​ທານ​າ​ທິ​ບໍ​ດີ ຝ​ລັ່ງ Francois Hollande ຖ​ະ​ແຫລງວ່າ ທົ່ວ​ປະ​ເທດ​ຈະໄວ້​ທຸກໃນ​ເວ​ລາ 3 ວັນ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

 

 

ຂ່າວ/ບົດ​ອື່ນ