ຝລັ່ງຖະແຫຼງບໍ່ຮັບບັນດາພົນລະເມືອງທີ່ເຂົ້າຮ່ວມ IS ຢູ່ຊີຣີກັບຄືນເມືອປະເທດ

(VOVWORLD) -ທ່ານລັດຖະມົນຕີກະຊວງພາຍໃນຝລັ່ງ Christophe Castener ໃຫ້ຮູ້ວ່າ ໄດ້ປະຕິເສດຮັບບັນດາມືປືນຊາວຝລັ່ງ ແລະ ບັນດາສະມາຊິກຂອງຄອບຄົວທີ່ຖືກຈັບຕົວຢູ່ຊີຣີ, ພາຍຫຼັງທີ່ອົງການກໍ່ການຮ້າຍ IS ຖືກພັງທະລາຍ.

ກ່າວຄຳເຫັນຕໍ່ອົງການນັກຂ່າວພາຍຫຼັງກອງປະຊຸມບັນດາລັດຖະມົນຕີກະຊວງພາຍໃນກຸ່ມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7), ຢູ່ນະຄອນຫຼວງປາຣີ ໃນວັນທີ 05 ເມສາ, ທ່ານລັດຖະມົນຕີ Castener ຊີ້ແຈ້ງວ່າ, ລັດຖະບານຝລັ່ງ ໄດ້ຊັ່ງຊາທຸກວິທີທາງ ແລະ ຕົກລົງບໍ່ພິຈາລະນາດຳເນີນບໍ່ວ່າການຮັບເອົາພົນລະເມືອງຄົນໃດທີ່ເຂົ້າຮ່ວມ IS ກັບຄືນເມືອປະເທດ.

        ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດ ຝລັ່ງ ກໍ່ຮັກສາທັດສະນະທີ່ແຂງກະດ້າງວ່າ, ບັນດາພົນລະເມືອງຂອງປະເທດນີ້ ເມື່ອເຂົ້າຮ່ວມການເຄື່ອນໄຫວຂອງ IS ຢູ່ຊີຣີ ແລະ ອີຣັກ ແລ້ວ ຕ້ອງຖືກດຳເນີນຄະດີຢູ່ປະເທດທີ່ເຂົາເຈົ້າກະທຳຜິດ. ຕາມຕົວເລກຂອງລັດຖະບານແລ້ວ, ໃນໄລຍະປີ 2014 – 2018, ໄດ້ມີພົນລະເມືອງຝລັ່ງ 1.700 ຄົນໄປຍັງອີຣັກ ແລະ ຊີຣີ, ເຂົ້າຮ່ວມກຳລັງ IS.

ຕອບກັບ

ຂ່າວ/ບົດ​ອື່ນ