ຝລັ່ງຖະແຫຼງວ່າຈະເພີ່ມທະວີບັ້ນຮົບຕ້ານISຢູ່ຊີຣີ

ຝລັ່ງຖະແຫຼງວ່າຈະເພີ່ມທະວີບັ້ນຮົບຕ້ານISຢູ່ຊີຣີ - ảnh 1
(ທ່ານ​ປະທານາທິບ​ໍດີ​ Francois Hollande)

(vovworld) – ວັນ​ທີ 16/11, ທ່ານ​ປະທານາທິບ​ໍດີ​ຝລັ່ງ Francois Hollande ຖະ​ແຫຼ​ງວ່າ, ປະ​ເທດ​ນີ້​ຈະ​ເພີ່ມ​ທະ​ວີ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່​ຊີຣີ, ​ເຊິ່ງ​ແມ່ນ​ແຫ່ງທີ່​ໄດ້​ວາງ​ແຜນການ​ດຳ​ເນີນບັນດາ​ການ​ຍິງ​ປືນ ​ແລະ ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ປາຣີ ​ໃນ​ວັນ​ທີ 13/11 ຜ່ານ​ມາ. ຄຳ​ຖະ​ແຫຼ​ງ​ໂດຍທ່ານ​ປະທານາທິບ​ໍດີ​ Francois Hollande ຍົກ​ອອກ​ມາ ພາຍຫຼັງ​ເຮືອບິນ​ສູ້ຮົບ ​12 ລຳ ແລະ ​ເຮືອບິນ​ຖີ້ມ​ລະ​ເບີດ 10 ລຳ​ຂອງຝລັ່ງ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​​ໃສ່​ຖານ​ທີ່​ໝັ້ນ​ຂອງ​ອົງການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​​ເອງ ຢູ່​ຊີຣີ 1 ວັນ. ​ໃນ​ບົດ​ກ່າວ​ປາ​ໄສ​ພິ​ເສດ​ຕໍ່​ສະພາ​ສູງ ​ແລະ ສະພາ​ຕໍ່າ​ຝລັ່ງ, ທ່ານ Hollande ​ໄດ້​ຮຽ​ກຮ້ອ​ງ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ປະກາດ​ມະ​ຕິ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ໂດຍໄວ, ພ້ອ​ມທັງຢືນຢັນ​ວ່າ ຝລັ່ງ ຈະ​ເພີ່ມ​ທະ​ວີບັນດາ​ບັ້ນ​ຮົບ​ຢູ່​ຊີຣີ ຕື່ມ​ອີກ.

ຂ່າວ/ບົດ​ອື່ນ