ຝລັ່ງບຸກໂຈມທາງອາກາດຕີຮາກຖານນ້ຳມັນໃກ້ກັບຖານທີ່ໝັ້ນຂອງISຢູ່ຊີຣີ

ຝລັ່ງບຸກໂຈມທາງອາກາດຕີຮາກຖານນ້ຳມັນໃກ້ກັບຖານທີ່ໝັ້ນຂອງISຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: baodatviet)

(vovworld) –​ ວັນ​ທີ 01/01, ບັນ​ດາ​ເຮືອ​ບິນ​ຂອງ​ຝ​ລັ່ງ ໄດ​້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໃສ່​ບັນ​ດາ​ຮາກ​ຖານ​ນ້ຳ​ມັນໃ​ກ​້​ກັບ Raqqa, ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້​າງ​ຊື່​ເອງ ຢູ່​ຊີ​ຣີ. ກ່າວ​ຄຳ​ເຫັນ​ໃນ​ການ​ຢ້ຽ​ມ​ຢາມ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ​ຢູ່ ຈໍ​ແດນ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ບັນ​ດ​າ​ເຮືອ​ບິນ​ຂອງ​ຝ​ລັ່ງ ​​ດຳ​ເນີນ​ການ​ບຸ​ກ​ໂຈມ​ຕີ IS, ທ່​ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຝ​ລັ່ງ Jean Yves Le Drian ຢືນ​ຢັນ​ວ່າ, ຝ​ລັ່ງ ສືບ​ຕໍ່​ບຸກ​ໂຈມ​ຕີ​ແນ​ໃສ່​ບັນ​ດາ​ເຂດ​ນຳ​້​ມັນ​ຂອງ IS.

      ນີ້​ແມ່ນ​ການບ​ຸ​ກ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ຂອງ​ຝ​ລັ່ງ ແນ​ໃສ່ IS ໃນ​ປີ 2016, ເມື່ອ​ເຮືອ​ບິນ​ສູ້​ຮົບ Mirage 2000 2 ລຳ ​ເລີ່ມ​ດຳ​ເນີນ​ການ​ບຸ​ກ​ໂຈມ​ຕີ​ໃນ​ຄໍ່​່​າ​ຄືນ​ວັນ​ທີ 31/12/2015. ຝ​ລັ່ງ ໄດ້​ເພີ່ມ​ທະ​ວີ​ການ​ບຸກ​ໂຈມ​ຕີທາງ​ອາ​ກາດ​ໃສ່ IS ນັບ​ແຕ່​​ພວກ IS ຍອມ​ຮັບ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ ເມື່ອ​ເດືອນ 11/2015.

ຂ່າວ/ບົດ​ອື່ນ