ຝ​ລັ່ງ​ຜັນ​ຂະ​ຫຍາຍ​ພົ​ນ​ທະ​ຫານ​ຕື່ມ​ອີກ ຢູ່ ອາ​ຟ​ຼິ​ກກາ​ຕາ​ເວັນ​ຕົກ

(VOVWORLD) -ທ່ານນາງ Florence Parly ໃຫ້ຮູ້ວ່າ ຈຳນວນພົນທະຫານທີ່ເພີ່ມເຕີມຈະໄດ້ຮັບການຜັນຂະຫຍາຍ ຢູ່ ເຂດທີ່ໄດ້ເອີ້ນວ່າ “ສາມແຍກຊາຍແດນ” ລະຫວ່າງ ມາລີ, ບວກກີນາຟາໂຊ ແລະ ນີເຊເຣຍ. 

ຝ​ລັ່ງ​ຜັນ​ຂະ​ຫຍາຍ​ພົ​ນ​ທະ​ຫານ​ຕື່ມ​ອີກ ຢູ່ ອາ​ຟ​ຼິ​ກກາ​ຕາ​ເວັນ​ຕົກ - ảnh 1 ພົນທະຫານຝລັ່ງປະຕິບັດໜ້າທີ່ໃນບັ້ນຮົບ Barkhane ຢູ່ທາງທິດໃຕ້ປະເທດບວກກີນາຟາໂຊ

(ພາບ: TTXVN)

ວັນທີ 2 ກຸມພາ, ທ່ານນາງ Florence Parly ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໄດ້ປະກາດວ່າ ປະເທດນີ້ຈະຜັນຂະຫຍາຍການຈັດສົ່ງພົນທະຫານໄປຍັງເຂດ Sahel ຢູ່ ອາຟຼິກາຕາເວັນຕົກຕື່ມອີກ 600 ຄົນ ໃນທ້າຍເດືອນກຸມພາ, ຜ່ານນັ້ນເພີ່ມຍອດຈຳນວນພົນທະຫານຝລັ່ງທີ່ເຂົ້າຮ່ວມບັ້ນຮົບ Barkhane ຂຶ້ນເປັນ 5.100ຄົນ, ອັນໄດ້ພິສູດໃຫ້ເຫັນຄວາມຕິດສິນໃຈຂອງ ຝລັ່ງໃນການສູ້ຮົບຕ້ານການກໍການຮ້າຍຢູ່ທີ່ນີ້.

ທ່ານນາງ Florence Parly ໃຫ້ຮູ້ວ່າ ຈຳນວນພົນທະຫານທີ່ເພີ່ມເຕີມຈະໄດ້ຮັບການຜັນຂະຫຍາຍ ຢູ່ ເຂດທີ່ໄດ້ເອີ້ນວ່າ “ສາມແຍກຊາຍແດນ” ລະຫວ່າງ ມາລີ, ບວກກີນາຟາໂຊ ແລະ ນີເຊເຣຍ. ຈຳນວນໜຶ່ງຂອງ ພົນທະຫານເພີ່ມເຕີມ ຈະເຂົ້າຮ່ວມ ກຳລັງ G5 Sahel ໂດຍກົງລວມມີ ນີເຊເຣຍ, ມາລີ, ບວກກີນາຟາໂຊ, ຈາດ ແລະ ໂມຣິຕານີ. ນອກຈາກນັ້ນ, ຍັງມີພາຫະນະການທະຫານຄື ລົດຫຸ້ມເກາະ ແລະ ລົດພະລາທິການ ກໍ່ຈະໄດ້ຮັບການຜັນຂະຫຍາຍໃນທ້າຍເດືອນກຸມພານີ້.

ຕອບກັບ

ຂ່າວ/ບົດ​ອື່ນ