ຝລັ່ງພິພາກສາການຮ້ອງຟ້ອງກ່ຽວກັບທາດພິດສີສົ້ມດີໂອຊິນຂອງພົນລະເມືອງເຊື້ອຊາດຫວຽດນາມ

(VOVWORLD) -ຄາດວ່າ, ຈະພິພາກສາໃນວັນທີ 25 ມັງກອນ ຢູ່ສານ Ivry, ແຂວງ Essonne, ທາງພາກໃຕ້ນະຄອນຫຼວງປາຣີ.
ຝລັ່ງພິພາກສາການຮ້ອງຟ້ອງກ່ຽວກັບທາດພິດສີສົ້ມດີໂອຊິນຂອງພົນລະເມືອງເຊື້ອຊາດຫວຽດນາມ - ảnh 1(ທ່ານນາງ ເຈິ່ນໂຕ໊ງາ ແລະ ກຸ່ມທີ່ສະໜັບສະໜູນໄດ້ຈັດການຖະແຫຼງຂ່າວ)

ວັນທີ 25 ມັງກອນ, ສານຢູ່ຝລັ່ງ ຈະພິພາກສາການຮ້ອງຟ້ອງທາງແພ່ງລະຫວ່າງທ່ານນາງ ເຈິ່ນໂຕ໊ງາ, ພົນລະເມືອງຝລັ່ງ ເຊື້ອຊາດຫວຽດນາມ ແລະ 26 ກຸ່ມບໍລິສັດທາດເຄມີອາເມລິກາ ທີ່ກ່ຽວຂ້ອງເຖິງເລື່ອງນຳໃຊ້ທາດພິດສີສົ້ນດີໂອຊິນໃນສົງຄາມຢູ່ຫວຽດນາມ.

        ວັນທີ 21 ມັງກອນ, ທ່ານນາງ ເຈິ່ນໂຕ໊ງາ ແລະ ກຸ່ມທີ່ສະໜັບສະໜູນໄດ້ຈັດການຖະແຫຼງຂ່າວແຈ້ງໃຫ້ຊາບລາຍລະອຽດກ່ຽວກັບການຮ້ອງຟ້ອງດັ່ງກ່າວ. ການຮ້ອງຟ້ອງຂອງທ່ານນາງ ເຈິ່ນໂຕ໊ງາ ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ, ສື່ມວນຊົນຂອງປະເທດຝລັ່ງ ເວົ້າສະເພາະ ແລະ ສາກົນເວົ້າລວມ. ທີ່ການຖະແຫຼ່ງຂ່າວ ເຊິ່ງໄດ້ຈັດຂຶ້ນໂດຍກົງ ແລະ ທາງອອນລາຍ, ທ່ານນາງ ເຈິ່ນໂຕ໊ງາ ຢືນຢັນວ່າ, ນີ້ແມ່ນການຕໍ່ສູ້ສຸດທ້າຍໃນຊີວິດຂອງທ່ານນາງ.

        ທ່ານນາງ Marie Toussaint, ທະນາຍຄວາມໃນຂົງເຂດກົດໝາຍສາກົນກ່ຽວກັບສິ່ງແວດລ້ອມ, ພ້ອມທັງແມ່ນສະມາຊິກລັດຖະສະພາຂອງພັກຊີວະພາບໃນລັດຖະສະພາເອີລົບ, ໄດ້ຢືນຢັນລັກສະນະເປັນທຳຂອງການຕໍ່ສູ້ຂອງທ່ານນາງ ເຈິ່ນໂຕ໊ງາ ທີ່ນັບມື້ນັບໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ.

“ວັນທີ 25 ມັງກອນ ຈະມາເຖິງ, ທ່ານນາງ ເຈິ່ນໂຕ໊ງາ ຕ້ອງຊະນະການຮ້ອງຟ້ອງ, ຍ້ອນນີ້ແມ່ນສານຕ້ານການທຳລາຍທຳມະຊາດ, ຕ້ານກຸ່ມບໍລິສັດນາໆຊາດທີ່ໄດ້ທຳລາຍທຳມະຊາດ ແລະ ວາງຢາພິດໃສ່ມະນຸດ, ຍ້ອນນີ້ແມ່ນສານເພື່ອຄວາມຍຸຕິທຳ ແລະ ປະຫວັດສາດ. ຖ້າຫາກທ່ານນາງ ເຈິ່ນໂຕ໊ງາ ໄດ້ຮັບໄຊຊະນະ, ຈະແມ່ນຄວາມຫວັງໃຫ້ແກ່ລຸ້ນຕ່າງໆໃນອະນາຄົດ, ແມ່ນຄວາມຫວັງໃຫ້ແກ່ຜູ້ທີ່ຖືກເຄາະຮ້າຍຈາກສົງຄາມເຄມີຄັ້ງຕ່າງໆ. ຄວາມຊອບທຳຂອງການຕໍ່ສູ້ຂອງທ່ານນາງ ເຈິ່ນໂຕ໊ງາ ນັບມື້ນັບໄດ້ຮັບການຮັບຮູ້ຢູ່ໃນໂລກ”.

ນີ້ແມ່ນຄະດີແພ່ງເຊິ່ງທ່ານນາງ ເຈິ່ນໂຕ໊ງາ ແລະ ກຸ່ມຜູ້ສະໜັບສະໜູນກະກຽມມາເປັນເວລາ 10 ປີແລ້ວ. ຄາດວ່າ, ຈະພິພາກສາໃນວັນທີ 25 ມັງກອນ ຢູ່ສານ Ivry, ແຂວງ Essonne, ທາງພາກໃຕ້ນະຄອນຫຼວງປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ