ຝລັ່ງສະເຫຼີມສະຫຼອງ ຄົບຮອບ 100 ປີ ແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີໜຶ່ງ ຢ່າງເປັນທາງການ

(VOVWORLD) -ວັນທີ 11 ພະຈິກ, ຢູ່ນະຄອນຫຼວງປາຣີ ປະເທດຝລັ່ງ ໄດ້ ຈັດງານຊຸມນຸມມິດຕິງ ສະເຫຼີມສະຫຼອງ 100 ປີ ແຫ່ງວັນເຊັນສົນທິສັນຍາກ່ຽວກັບການຢຸດຕິການສູ້ຮົບຢ່າງເປັນທາງການ, ສິ້ນສຸດສົງຄາມໂລກຄັ້ງທີ 1 (1918 - 2018) ຂຶ້ນຢ່າງສົມກຽດ, ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນໍາບັນດາອົງການຈັດຕັ້ງສາກົນ ກວ່າ 70 ທ່ານ.

ທີ່ພິທີສະເຫຼີມສະຫຼອງ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ອາໄລຫາບຸກຄົນທີ່ເສຍຊີວິດໃນສະໜາມຮົບແຫ່ງຕ່າງໆຂອງສົງຄາມໂລກຄັ້ງທີ 1. ທ່ານ Emmanuel Macron ກໍໄດ້ທົບທວນຄືນບັນດາຄວາມຊົງຈໍາທີ່ເຈັບປວດໃນສົງຄາມ ເຊິ່ງໄດ້ແກ່ຍາວມາເປັນເວລາກວ່າ 04 ປີ, ເຮັດໃຫ້ມີກວ່າ 18 ລ້ານຄົນເສຍຊີວິດ ແລະ ນັບລ້ານໆ ຄົນຖືກຮັບບາດເຈັບ. ພ້ອມກັນນັ້ນ, ທ່ານ Emmanuel Macron ກໍໄດ້ຮຽກຮ້ອງໃຫ້ການນໍາບັນດາປະເທດ ຈົ່ງຖືເອົາສັນຕິພາບຢູ່ເໜືອກວ່າສິ່ງໃດໝົດ, ພ້ອມກັນຕໍ່ສູ້ກັບບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ, ນໍາມາໃຫ້ເຊິ່ງຄົນລຸ້ນຫຼັງໄດ້ດໍາລົງຊີວິດໃນໜ່ວຍໂລກທີ່ສວຍງາມກວ່າ.

        ກ່ອນໜ້ານັ້ນ, ພິທີສະເຫຼີມສະຫຼອງດັ່ງກ່າວ ຍັງໄດ້ດໍາເນີນຢູ່ຫຼາຍປະເທດໃນໂລກຄື ອົດສະຕາລີ, ນິວຊີແລນ, ອິນເດຍ, ມຽນມາ ເປັນຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ