ຝລັ່ງອາໄລຫາ 1 ປີແຫ່ງເຫດການກໍ່ການຮ້າຍຢູ່ ປາຣີ

ຝລັ່ງອາໄລຫາ 1 ປີແຫ່ງເຫດການກໍ່ການຮ້າຍຢູ່ ປາຣີ - ảnh 1
ທ່ານ Francois Hollande ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ບັນດາ​ສີ​ລາ​ເລກ​ອາ​ໄລ​
ຫາ​ຜູ້​ປະສົບ​ເຄາະ ​ຮ້າຍ​ທີ່​ວາງ​ຢູ່​ບັນດາ​ສະຖານ​ທີ່​ເກີດ​ເຫດ​ຕຳ​ລຳດັບ

(vovworld) - ວັນ​ທີ 13/11, ຢູ່​ນະຄອນຫຼວງ ປາຣີ, ​ແຫ່ງ ຝລັ່ງ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ອາ​ໄລ​ຫາ​ເຫດການ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ກ່ອນ​ນີ້ 1 ປີ, ​ເຮັດ​ໃຫ້ 130 ຄົນ​ເສຍ​ຊີວິດ​ຢູ່ ປາຣີ, ບັນດາ​ການ​ເຄື່ອນ​ໄຫວ​ອາ​ໄລ​ຫາຖືກ​ຈັດ​ຕັ້ງ​ຢູ່​ສະຖານ​ທີ່​ເກີດ​ເຫດ​ຕາມ​ລຳດັບ​ໃນ​ຕອນ​ຄຳ່​ວັນ​ທີ 13/11. ປະທານາທິບໍດີ ຝລັ່ງ Francois Hollande ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ບັນດາ​ສີ​ລາ​ເລກ​ອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ວາງ​ຢູ່​ບັນດາ​ສະຖານ​ທີ່​ເກີດ​ເຫດ​ຕຳ​ລຳດັບ.

        ຢູ່​ໂຮງ​ລະຄອນ Bataclan. ​ຜູ້​ປະສົບ​​ເຄາະ​ຮ້າຍ​ໃນ​ຕອນ​ຄຳ່​ວັນ​ທີ 13/11/2015 90 ຄົນ, ​ໄດ້ຖືກ​ຮຽກ​ຊື່​ຕາມ​ລຳດັບ, ດ້ວຍ​ການ​ມີໜ້າ​ຂອງ ປະທານາທິບໍດີ ຝລັ່ງ Francois Hollande ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ໃນ​ລັດຖະບານ ຝລັ່ງ ຫຼາຍ​ທ່ານ. ປະຊາຊົນ ຝລັ່ງ ​ແລະ ​ເພື່ອນ​ມິດ​ຕ່າງປະ​ເທດ​ໄດ້​ມາ​ວາງ​ດອກ​ໄມ້ ​ແລະ ທຽນ​​ອາ​ໄລ​ຫາທີ່​ເຂດ​ສວນສາທາລະນະ​ຢູ່ຕໍ່ໜ້າ​ໂຮງ​ລະຄອນ. ຕອນ​ຄຳ່​ວັນ​ທີ 13/11, ລາຍການ​ສະ​ແດງດົນຕີ​ປະສານ​ສຽງຂອງ​ນັກ​ຮ້ອງ​ຊາຍ​ຜູ້​ມີ​ຊື່​ສຽງ Sting ຖືກ​ດຳ​ເນີນ​ຢູ່​ໂຮງ​ລະຄອນ Bataclan ພ້ອມ​ກັບ​ລາຍການສະ​ແດງ​ດົນຕີ​ປະສານ​ສຽງສອງ​ລາຍການ​ທີ່​ຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 12/11, ອັນ​ໄດ້​ເປັນ​ຂີດ​ໝາຍ​ການ​ເປີດ​ປະຕູ​ຄືນ​ໃໝ່​ຂອງ ໂຮງ​ລະຄອນ Bataclan ພາຍຫຼັງ​ຖືກ​ອັດ​ປະຕູ​ມາເປັນ​ເວລາ 1 ປີ.

ຂ່າວ/ບົດ​ອື່ນ