ຝະຣັ່ງ ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຮັກສາຂໍ້ຕົກລົງນິວເຄຼຍກັບ ອີຣານ

(VOVWORLD) - ຝະຮັ່ງ “ມີຄວາມຫວັງທີ່ສຸດວ່າ ສະພາແຫ່ງຊາດ ອາເມລິກາ, ປະຈຸບັນແມ່ນອົງການຮັບຜິດຊອບກ່ຽວກັບຂໍ້ຕົກລົງອາດຈະຖືກລົ້ມແຫລວ, ຈະບໍ່ກໍ່ຜົນຮ້າຍຕໍ່ຂໍ້ຕົກລົງນີ້”. 
ຝະຣັ່ງ ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຮັກສາຂໍ້ຕົກລົງນິວເຄຼຍກັບ ອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຝະຣັ່ງ Jean-Yves Le Drian (ພາບ: AFP/TTXVN)

ວັນທີ 14 ຕຸລາ, ຝະຣັ່ງ ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຮັກສາຂໍ້ຕົກລົງນິວເຄຼຍ ຊຶ່ງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ) ໄດ້ລົງນາມໃນປີ 2015 (ຍັງເອີ້ນວ່າແມ່ນແຜນການດຳເນີນງານຮ່ວມຮອບດ້ານ - JCPOA), ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິເສດເລື່ອງຮັບຮູ້ ອີຣານ ເຄົາລົບຂໍ້ຕົກລົງ. ທ່ານລັດຖະມົນຕີການຕ່າງປະເທດ ຝະຣັ່ງ Jean-Yves Le Drian ໃຫ້ຮູ້ວ່າ: ຝະຮັ່ງ “ມີຄວາມຫວັງທີ່ສຸດວ່າ ສະພາແຫ່ງຊາດ ອາເມລິກາ, ປະຈຸບັນແມ່ນອົງການຮັບຜິດຊອບກ່ຽວກັບຂໍ້ຕົກລົງອາດຈະຖືກລົ້ມແຫລວ, ຈະບໍ່ກໍ່ຜົນຮ້າຍຕໍ່ຂໍ້ຕົກລົງນີ້”. ທ່ານ Le Drian ຖືວ່າ: ຖ້າຫາກຍົກເລີກຂໍ້ຕົກລົງ ຊຶ່ງໄດ້ຮັບການຕີລາຄາສູງ ຈະສ້າງປະຖົມປັດໃຈອັນຕະລາຍ, ພິເສດແມ່ນໃນສະພາບການດຳເນີນການເຈລະຈາກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ