ຝະ​ລັ່ງ ສະ​ໜັບ​ສະ​ໜູນ ຢູ​ແກຼນ ເລີ່ມ​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ ອີ​ຢູ ກັບ ຢູ​ແກຼນ ໃນ​ເດືອນ​ມິ​ຖຸ​ນາ

(VOVWORLD) - ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ປະກາດຂໍ້ຕົກລົງສອງຝ່າຍ ກັບ ຢູແກຼນ 4 ສະບັບ.
ຝະ​ລັ່ງ ສະ​ໜັບ​ສະ​ໜູນ ຢູ​ແກຼນ ເລີ່ມ​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ ອີ​ຢູ ກັບ ຢູ​ແກຼນ ໃນ​ເດືອນ​ມິ​ຖຸ​ນາ - ảnh 1

ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron (ຂວາ) ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky. (ພາບ: Le Monde)

      ວັນທີ 7 ມິຖຸນາ, ຢູ່ ປາຣີ ປະເທດ ຝະລັ່ງ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ໃຫ້ການຕ້ອນຮັບ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky. ສອງຝ່າຍໄດ້ເຊັນຫຼາຍຂໍ້ຕົກລົງຫນູນຊ່ວຍ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ພື້ນຖານໂຄງລ່າງ, ເສດຖະກິດ, ນິວເຄຼຍ ແລະ ການປ້ອງກັນຊາດ ກໍ່ຄືເຫັນດີເປັນເອກະພາບ ຊຸກຍູ້ເລື່ອງ ຢູແກຼນ ດຳເນີນການເຈລະຈາເຂົ້າເປັນສະມາຊິກ ອີຢູ ໂດຍໄວ.

   ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ປະກາດຂໍ້ຕົກລົງສອງຝ່າຍ ກັບ ຢູແກຼນ 4 ສະບັບ. ສະບັບທຳອິດມີມູນຄ່າ 216 ລ້ານ USD ຊື່ງໄດ້ໜູນຊ່ວຍ ຢູແກຼນ ສ້າງພື້ນຖານໂຄງລ່າງສຳຄັນດ້ານຄົມມະນາຄົມ, ພະລັງງານ ແລະ ບັນດາຂົງເຂດບຸລິມະສິດຂອງພື້ນຖານເສດຖະກິດຄືນໃໝ່. ຂໍ້ຕົກລົງສະບັບທີ 2 ແມ່ນສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງອົງການພັດທະນາ ຝະລັ່ງ (AFD) ຢູ່ ຢູແກຼນ ແລະ ເປີດກ້ວາງການເຄື່ອນໄຫວຂອງອົງການນີ້ ກໍ່ຄືບັນດາບໍລິສັກລູກ ຜ່ານບ້ວງເງິນສິນເຊື່ອທີ່ມີມູນຄ່າ 450 ລ້ານ ເອີໂຣ. ຂໍ້ຕົກລົງສະບັບທີ 3 ແມ່ນກ່ຽວກັບການຮ່ວມມືພັດທະນາການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ. ສະບັບທີ 4 ແມ່ນກ່ຽວກັບການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ