ຝະລັ່ງຈັບຕົວບຸກຄົນໜຶ່ງທີ່ຖືກສົງໄສວ່າກະກຽມການບຸກໂຈມຕີກໍ່ການຮ້າຍ

ຝະລັ່ງຈັບຕົວບຸກຄົນໜຶ່ງທີ່ຖືກສົງໄສວ່າກະກຽມການບຸກໂຈມຕີກໍ່ການຮ້າຍ - ảnh 1
ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຝະລັ່ງ ທ່ານ Jean-Jacqued Uvroas
(ພາບ: AFP/TTXVN)

(vovworld) - ​ ​ ວັນ​ທີ 19/07 ວິທະຍຸ​ກະຈາຍສຽງ Europe – 1 ​ໃຫ້​ຂ່າວ​ວ່າ: ຕຳຫລວດ ຝະລັ່ງ ​ໄດ້​ຈັບ​ຕົວ​ຜູ້​ຂັບ​ລົດ taxi ທີ່​ຖືກ​ສົງ​ໄສວ່າ ​ພວມ​ກະກຽມ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ. ວິທະຍຸ​ກະຈາຍສຽງດັ່ງກ່າວ​ໃຫ້​ຮູ້​ວ່າ: ​ໂທລະສັບ​ມື​ຖື​ຂອງ​ຜູ້​ຂັບ​ລົດ taxi ​​ເກັບຮັບ​ສາ​ໄວ້ບັນດາ​ຮູບ​ພາບ ​ແລະ ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ແລະ ຕຳຫລວດ​ໄດ້​ຊອກ​ເຫັນວັດ​ຖຸລະ​ເບີດ​ໃນ​ເຮືອນຂອງ​ຜູ້​ກ່ຽວ. ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຝະລັ່ງ ທ່ານ Jean-Jacqued Uvroas ຖະ​ແຫຼ​ງວ່າ: ​ເຫດການ​ດັ່ງກ່າວ ​​ຊີ້ໃຫ້​ເຫັນວ່າ 2 ​ເຫດການ​ກໍ່​ການ​ຮ້າຍອາດ​ຈະ​ເກີດ​ຂຶ້ນ​ໃກ້​ກັນທີ່​ສຸດ. ທ່ານ Jean-Jacqued Uvroas ກໍ່​ໃຫ້​ຮູ້​ວ່າ: ຝະລັ່ງ ພວມ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ສຳລັບ​ພົນລະ​ເມືອງ ຝະລັ່ງ 285 ຄົນ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ ຊີຣີ.

 

 



ຂ່າວ/ບົດ​ອື່ນ